ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ເຂົ້າຢ້ຽມຂ່ຳນັບ ປະທານສະພາຕ່ຳ ອີຕາລີ

(VOVWORLD) -ເນື່ອງໃນໂອກາດຢ້ຽມຢາມ ວາຕີກັງ ແຕ່ວັນທີ 18-20 ຕຸລາ, ວັນທີ 18 ຕຸລາ ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ມີການພົບປະ ກັບທ່ານປະທານສະພາຕ່ຳ ອີຕາລີ Roberto Fico. 

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ເນັ້ນໜັກເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ກຳລັງພັດທະນາຢ່າງດີງາມ ໃນທຸກຂົງເຂດ, ນັບແຕ່ການເມືອງ - ການຕ່າງປະເທດ ຈົນຮອດການຄ້າ - ການລົງທຶນ, ວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ… ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະແດງຄວາມປາຖະໜາ ຢາກໃຫ້ການພົວພັນ ດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ຫວຽດນາມ ແລະ ອີຕາລີ ພັດທະນາຕັ້ງໜ້າກວ່າອີກ, ໃຫ້ສົມກັບຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທັງສອງປະເທດ, ສູ້ຊົນນຳວົງເງີນການຄ້າສອງສົ້ນໃຫ້ຂຶ້ນເຖິງ 6 ຕື້ ໂດລາສະຫະລັດ. ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ສະເໜີໃຫ້ສະພາແຫ່ງຊາດ ອີຕາລີ ສະໜັບສະໜູນເລື່ອງ ລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ.

ທ່ານປະທານສະພາຕ່ຳ ອີຕາລີ Roberto Fico ຕີລາຄາສູງບັນດາຜົນງານທາງດ້ານເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ, ຖື ຫວຽດນາມ ເປັນຈຸດພົ້ນເດັ່ນ ກ່ຽວກັບການພັດທະນາ. ທ່ານປະທານສະພາຕ່ຳ ອີຕາລີ ເຫັນດີເປັນເອກະພາບກັບທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ເຈືອງຮ່ວາບິ່ງ ກ່ຽວກັບຄວາມຈຳເປັນໃນການເພີ່ມທະວີບັນດາການພົບປະ, ແລກປ່ຽນລະຫວ່າງສອງປະເທດ ແລະ ລະຫວ່າງສອງສະພາແຫ່ງຊາດ, ພ້ອມນັ້ນ ກໍ່ຢັ້ງຢືນວ່າ ສະພາແຫ່ງຊາດ ອີຕາລີ ພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ກໍ່ຄືໃນບັນດາຂົງເຂດ ຄື: ສາທາລະນະສຸກ, ການທ່ອງທ່ຽວ ແລະ ການສຶກສາບຳລຸງສ້າງ ເພື່ອນຳເອົາຜົນປະໂຫຍດທີ່ດີທີ່ສຸດມາສູ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ