ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ພົບປະກັບ ຜູ້ມີສິດເລືອກຕັ້ງແຂວງກວາງນິງ

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ພົບປະກັບ ຜູ້ມີສິດເລືອກຕັ້ງແຂວງກວາງນິງ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ກວາງ​ນິງ)

(vovworld) –  ​ທີ່​ການພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເທດສະບານ​ ກວາງ​ອຽນ, ​ແຂ​ວງ ກວາງ​ນິງ ​ໃນ​ຕອນ​ເຊົ້າວັນ​ທີ 03/07, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ກວາງ​ນິງ ​ໄດ້​ແຈ້ງ​​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາບ​ກ່ຽວ​ກັບໝາກຜົນ​ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມເຊື່ອ​ໝັ້ນ​ ​ແລະ ມີ​​ເບີກບານ​ຕໍ່​ບັນ​ດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ; ນອກຈາກ​ນັ້ນ ​ໄດ້​ສະ​ແດງ​ຄວາມຂັດ​ໃຈຕໍ່​ເລື່ອງ​ຈີນ ຕັ້ງ​ຮ້າ​ນ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ… ກ່ຽວກັບ​ບັນຫາ​ນີ້, ທ່ານ​ຮອງນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ​ທີ່​​ເດັດ​ດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ​ແຕ່ກໍ່​ຕ້ອງ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ຫວຽດນາມ ​ເດັດ​ດ່ຽວ​ຕໍ່​ສູ້ຮຽກຮ້ອງຈີນ​ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ແລະ ບັນດາ​ກຳລັງ​ປ້ອງ​ກັນ​ອອກ​ຈາກ​ເຂດ​ທະ​ເລທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທ​ະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ