ຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ພົບປະກັບການນຳສະພາແຫ່ງຊາດ ເກຼັກ

(VOVWORLD) - ວຽດນາມ ມີບົດບາດສາກົນ ແລະ ພາກພື້ນນັບມື້ນັບສຳຄັນ, ພ້ອມທັງຢັ້ງຢືນຢາກສະໜັບສະໜູນເພີ່ມທະວີການພົວພັນທຸກດ້ານກັບ ຫວຽດນາມ
ຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ພົບປະກັບການນຳສະພາແຫ່ງຊາດ ເກຼັກ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະກັບທ່ານ Nikos Voutsis, ປະທານສະພາແຫ່ງຊາດ ເກຼັກ

ໃນການຢ້ຽມຢາມ ສ. ເກຼັກ ຢ່າງເປັນທາງການໃນລະຫວ່າງວັນທີ 1 – 2 ກໍລະກົດ, ຕອນບ່າຍວັນທີ 2 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະກັບທ່ານ Nikos Voutsis, ປະທານສະພາແຫ່ງຊາດ ແລະ ທ່ານ Georgios Varemenos, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມສະມາຊິກລັດຖະສະພາມິດຕະພາບ ເກຼັກ - ຫວຽດນາມ. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີໃຫ້ສະພາແຫ່ງຊາດ ເກຼັກ ສືບຕໍ່ສະໜັບສະຫນູນເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ສະຫະພາບເອີລົບ (EU) ແລະ ຫວຽດນາມ (EVFTA), ປະກອບສ່ວນສ້າງຄວາມສະດວກໃຫ້ແກ່ການພັດທະນາການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງ ຫວຽດນາມ ກັບສະຫະພາບເອີລົບ ເວົ້າລວມ ແລະ ກັບເກັຼກ ເວົ້າສະເພາະ. ທ່ານປະທານສະພາແຫ່ງຊາດ Nikos Voutsis ຢັ້ງຢືນວ່າໄດ້ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ສະໜັບສະໜູນ EVFTA ແລະ ຈະພ້ອມກັບລັດຖະບານ ເກັຼກ ມານະພະຍາຍາມຍູ້ແຮງການພົວພັນຮ່ວມມືທຸກດ້ານກັບ ຫວຽດນາມ ໃນຂົງເຂດສອງຝ່າຍ ກໍ່ຄືໃນບັນດາເວທີປາໄສຫຼາຍຝ່າຍ.

        ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ເກັຼກ Prokopis Pavlopoulos, ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີເສດຖະກິດ ແລະ ພັດທະນາ Giannis Dragasakis ແລະ ເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ Nikos Kotzias.

        ທີ່ການພົບປະ, ທ່ານປະທານາທິບໍດີ ເກັຼກ Prokopis Pavlopoulos ເນັ້ນໜັກວ່າ: ຫວຽດນາມ ມີບົດບາດສາກົນ ແລະ ພາກພື້ນນັບມື້ນັບສຳຄັນ, ພ້ອມທັງຢັ້ງຢືນຢາກສະໜັບສະໜູນເພີ່ມທະວີການພົວພັນທຸກດ້ານກັບ ຫວຽດນາມ.

        ໃນການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີເສດຖະກິດ ແລະ ພັດທະນາ ເກັຼກ Giannis Dragasakis, 2 ຝ່າຍເຫັນດີເປັນເອກະພາບຍູ້ແຮງການແລກປ່ຽນ, ຄ້າຂາຍບັນດາປະເພດສິນຄ້າມີທ່າແຮງ ກໍ່ຄືການຮ່ວມມືໃນບັນດາຂົງເຂດທີ່ທັງ 2 ຝ່າຍມີຄວາມຕ້ອງການ ແລະ ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຄື: ການຂົນສົ່ງທາງທະເລ ແລະ Logistic, ຕໍ່ກ່ຳປັ່ນ, ຂຸດຄົ້ນທ່າກ່ຳປັ່ນ, ການທ່ອງທ່ຽວ, ການປຸງແຕ່ງຜະລິດຕະພັນກະເສດ… ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢັ້ງຢືນວ່າ: ຫວຽດນາມ ກຽມພ້ອມເປັນຂົວເຊື່ອມຕໍ່ລະຫວ່າງວິສາຫະກິດ ເກຼັກ ກັບຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້, ອາຊີ - ປາຊີຟິກ.

ຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ພົບປະກັບການນຳສະພາແຫ່ງຊາດ ເກຼັກ - ảnh 2 ການເຈລະຈາລະຫວ່າງ 2 ຝ່າຍ

        ໃນການເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ Nikos Kotzias, 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ປະຕິບັດບົດບັນທຶກຊ່ວຍຈຳຂໍ້ຕົກລົງຮ່ວມມືກ່ຽວກັບການທ່ອງທ່ຽວ ຫວຽດນາມ ແລະ ເກຼັກ ຢ່າງມີປະສິດທິຜົນ ເພື່ອເພີ່ມທະວີການຮ່ວມມືສອງຝ່າຍໃນຂົງເຂດນີ້, ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ, ບູຮານຄະດີການແລກປ່ຽນວັດທະນະທຳ ແລະ ບັນດາການເຄື່ອນໄຫວພົວພັນແລກປ່ຽນເພື່ອເພີ່ມທະວີນ້ຳໃຈມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັບ ແລະ ກັນລະຫວ່າງປະຊາຊົນ 2 ປະເທດຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ