ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເຂົ້າຮ່ວມ ກອງປະຊຸມເວທີປາໄສເສດຖະກິດໂລກ 2015

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເຂົ້າຮ່ວມ ກອງປະຊຸມເວທີປາໄສເສດຖະກິດໂລກ 2015 - ảnh 1
(ພາບປະກອບ: VGP)

(vovworld) – ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​​ເຂົ້າຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປ​າ​ໄສ​ເສດຖະກິດ​ໂລກ (WEF) ປີ 2015 ຢູ່​ດາ​ໂວ​ດ, ປະ​ເທດ​ສະ​ວິດ ​ໃນ​ລະຫວ່າງ​ວັນ​ທີ 21 – 24/01. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຈະ​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໄສ​ທີ່​ບັນດາ​ວາລະ​ປຶກສາ​ຫາ​ລື​ກ່ຽວ​ກັບ​ອາ​ຊຽນ, ຄຳ້ປະກັນ​ດ້ານສະບຽງ​ອາຫານ​ທົ່ວ​ໂລກ, ສ້າງ​​ເປັນໂລກໃໝ່ - ກຳນົດ​ບັນດາ​ຄວາມ​ຕ້ອງການ/ທ່າ​ອ່ຽງ​ໃນ​ປີ 2015, ​ແງ່​ຫວັງທີ່​ຕັ້ງ - ພູມ​ສາດການ​ເມືອງ 2015… ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ກໍ່​ຈະ​ມີ​ການ​ເຈລະຈາ​ກັບ​ການ​ນຳ​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ WEF, ພົບ​ປະ 2 ຝ່າຍ​ກັບ​ເຈົ້າ​ໜ້າ​ທີ່ບັນດາ​ປະ​ເທດ, ການ​ນຳ​ບາງ​ອົງການ​ຈັດ​ຕັ້ງ​ສາກົນ.

        ດ້ວຍ​ຫົວ​ຂໍ້​ວ່າ “ສະພາບ​​ໂລກ​ໃໝ່”, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ໃໝ່​ຂອງ​ພື້ນຖານ​ເສດຖະກິດ​ໂລກ, ສະພາບພູມ​ສາດ - ການ​ເມືອງທົ່ວ​ໂລກ ​ແລະ ພາກ​ພື້ນ, ບັນດາ​ບັນຫາ​ທົ່ວ​ໂລກ​ຄື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ…

ຂ່າວ/ບົດ​ອື່ນ