ຮອງນາຍົກລັດຖະມົນຕີ ຟ້າມບິງມິງ ເປັນປະທານກອງປະຊຸມກ່ຽວກັບບັນດາໂຄງການນຳໃຊ້ທຶນກູ້ຢືມຈາກ WB ແລະ ADB

(VOVWORLD) -ຕອນບ່າຍວັນທີ 02 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິງ ໄດ້ເປັນປະທານກອງປະຊຸມ ເພື່ອແນໃສ່ກວດກາຄືນ, ແກ້ໄຂຂໍ້ຕິດຂັດ, ຊຸກຍູ້ການກະກຽມ ແລະ ຜັນຂະຫຍາຍ 26 ໂຄງການທີ່ນຳໃຊ້ທຶນກູ້ຢືມຈາກທະນາຄານໂລກ (WB) ແລະ ທະນາຄານພັດທະນາອາຊີ (ADB) ໃນປີ 2017 – 2018.

ຮອງນາຍົກລັດຖະມົນຕີ ຟ້າມບິງມິງ ເປັນປະທານກອງປະຊຸມກ່ຽວກັບບັນດາໂຄງການນຳໃຊ້ທຶນກູ້ຢືມຈາກ WB  ແລະ ADB - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມຟ້າມບິງມິງເປັນປະທານກອງປະຊຸມ 

(ພາບ:Thoibaotaichinhvietnam.vn)

ເມື່ອສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບ ODA ແລະ ທຶນກູ້ຢືມບຸລິມະສິດ, ປະກອບຄຳເຫັນສຳລັບແຕ່ລະໂຄງການ; ພ້ອມທັງມອບໃຫ້ທະນາຄານແຫ່ງລັດສັງລວມຄຳເຫັນຈາກບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ເພື່ອສະເໜີໃຫ້ຂັ້ນມີສິດອຳນາດພິຈາລະນາ, ຕັດສິນສຳລັບບັນດາໂຄງການສືບຕໍ່ຜັນຂະຫຍາຍ. ກະຊວງແຜນການ ແລະ ການລົງທຶນໄດ້ສະຫຼຸບບັນດາໂຄງການນຳໃຊ້ທຶນກູ້ຢືມຈາກຕ່າງປະເທດ ທີ່ໄດ້ຮັບການອະນຸມັດຜ່ານ ແຕ່ຍັງບໍ່ທັນມີແຜນການລົງທຶນສາທາລະນະໄລຍະກາງ ເພື່ອຮັບປະກັນໃຫ້ບັນດາໂຄງການດັ່ງກ່າວ ໄດ້ຜັນຂະຫຍາຍໂດຍໄວ ແນໃສ່ບັນລຸປະສິດທິຜົນສູງສຸດໃນການນຳໃຊ້ທຶນກູ້ຢືມ ເຊິ່ງຫວຽດນາມຕ້ອງຈ່າຍດອກເບ້ຍ ພາຍຫຼັງບັນດາສັນຍາກູ້ຢືມມີຜົນສັກສິດ. ພິເສດ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນເປັນປະທານ, ລາຍງານໃຫ້ຄະນະປະຈຳລັດຖະບານກ່ຽວກັບການກຳນົດທິດໃນການລະດົມ, ນຳໃຊ້ບັນດາແຫຼ່ງທຶນໃນໄລຍະຈະມາເຖິງໂດຍໄວ, ໂດຍສະເພາະແມ່ນແຫຼ່ງທຶນກູ້ຢືມໃຫ້ບຸລິມະສິດບໍ່ເຕັມຮ້ອຍ.

        ບັນດາໂຄງການນຳໃຊ້ທຶນກູ້ຢືມຈາກທະນາຄານໂລກ (WB) ແລະ ທະນາຄານພັດທະນາອາຊີ (ADB) ໄລຍະ 2017 – 2018 ສຸມໃສ່ບັນດາຂົງເຂດຈຳເປັນ ຄື ພັດທະນາພື້ນຖານໂຄງລ່າງ, ຍົກສູງຄຸນນະພາບດ້ານການສຶກສາຢູ່ຂັ້ນມະຫາວິທະຍາໄລ, ພັດທະນາຕົວເມືອງ, ສ້າງຊົນນະບົດໃໝ່, ລົງທຶນພັດທະນາຕາໜ່າງສາທາລະນະສຸກຂັ້ນຮາກຖານ, ຍົກສູງປະສິດທິຜົນຂອງການນຳໃຊ້ແຫຼ່ງຊັບພະຍາກອນນ້ຳໃຫ້ບັນດາແຂວງທີ່ຖືກຜົນສະທ້ອນຈາກໄພແຫ້ງແລ້ງ ...

ຕອບກັບ

ຂ່າວ/ບົດ​ອື່ນ