ຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ເປັນປະທານການປະຊຸມກ່ຽວກັບການນຳໃຊ້ທຶນ ODA

ຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ເປັນປະທານການປະຊຸມກ່ຽວກັບການນຳໃຊ້ທຶນ ODA - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ເປັນ​ປະ​ທານ​ການ​ເຮັດ​ວຽກ

(vovworld) - ວັນ​ທີ 26/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາ​ດ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ (ODA) ແລະ ທຶນ​ກູ້​ຢ​ືມ​ບຸ​ລິ​ມະ​ສິດ, ເປັນ​ປະ​ທານ​ການ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ເພື່ອ​ແນ​ໃສ່​ກວດ​ກາ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຊຸກ​ຍູ​້​ບັນ​ດາ​ໂຄງ​ການ​ນຳ​ໃຊ້​ທຶນ ODA, ທຶນ​ກູ້​ຢືມ​ບຸ​ລິ​ມະ​ສິດ. ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີ່ງ​ມີງ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ແຫຼ່ງ​ທຶນ​ກູ້​ຢ​ືມ​ບູ​ລິມ​ະ​ສິດ​ທີ່​ຍັງ​ເຫຼື​ອ​ຂອງ​ທະ​ນາ​ຄານ​ໂລກ (WB) ໃນ​ປ​ງົບ​ປະ​ມານ 2017 ໃນ​ສະ​ພາບ​ການ​ລະ​ດົມ​ທຶນ​ໃຫ້​ແກ່​ການ​ລົງ​ທຶນ​ພັດ​ທະ​ນາ​ທີ່​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ແຫຼ່ງ​ທຶນ​ກູ້​ຢືມ​ປີນີ້​ຈະ​ໄດ້​ລົງ​ທຶນ​ໃຫ້​ບັນ​ດາ​ໂຄງ​ການ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ພື້ນ​ຖານ​ໂຄງ​ລ່າງ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີ່ງ​ມີງ ຊີ້​ນຳ​ບັນ​ດາ​ອົງ​ການ​ຮັບ​ຜິດ​ຊອບ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ທະ​ນາ​ຄານ​ແຫ່ງ​ລັດ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ສ້າງ​ສຳ​ເລັດ​​ວິ​ວັດ​ການ​ກະ​ກຽມ​ໂຄງ​ການ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ຂັ້ນ​ມີ​ສິ​ດອ​ຳ​ນາດ​ອະ​ນຸ​ມັດ​ຜ່ານ, ຮັບ​ປະ​ກັນ​ການ​ເຈ​ລະ​ຈາ​ກັບ WB ດຳ​ເນີນ​ຖືກ​ຕ້ອງ​ກັບ​ຄວາມ​ຄືບ​ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ