ຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ເຮັດວຽກກັບ ແຂວງ ກອນຕຸມ

ຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ເຮັດວຽກກັບ ແຂວງ ກອນຕຸມ - ảnh 1
(ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ
 ເຮັດວຽກກັບແຂວງ ກອນຕຸມ)

(vovworld) – ​ ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ ​ໄຕ​ງວຽນ, ຕອນ​ບ່າຍ​ວັນ​ທີ 10/3, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບີ່​ງມີ​ງ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ກອນ​ຕຸ​ມ ກ່ຽວ​ກັບ​ສະພາບ​​ເສດຖະກິດ-​ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ເຄື່ອນ​ໄຫວ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ຂອງ​ທ້ອງ​ຖິ່ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບີ່​ງມີ​ງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ, ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ ກອນ​ຕຸ​ມ ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ວຽກ​ງານ​ພົວພັນ​ຕ່າງປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ກອນ​ຕຸ​ມ ​ແມ່ນ​ແຂວງ​ໜຶ່ງດຽວ​ຂອງປະ​ເທດທີ່​ມີ​ເສັ້ນຊາຍ​ແດນຕິດກັບ 2 ປະ​ເທດ ລາວ ​ແລະ ກຳ​ປູ​ເຈຍ, ​ແຂວງຄວນ​ສືບ​ຕໍ່​​ບັນດາ​ການ​ເຄື່ອນ​ໄຫວ​​ພົວພັນ​ຕ່າງປະ​ເທດ​​ເປັນ​ຢ່າງ​ດີ, ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ ພັນ​ທີ່​ເປັນມູນ​ເຊື້ອ​ຕື່ມ​ອີກ, ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ​ພ້ອມ​ກັນ​ພັດທະນາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ: ລັດຖະບານ​ກໍ່​ໄດ້​ພິຈາລະນາ​ເພີ່ມ​​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ ແລະ ​ເພີ່ມ​​ການ​ໜູນ​ຊ່ວຍ​ໃນ​ຂົງ​ເຂດ​ການ​ສຶກສາ, ບຳລຸງ​ສ້າງ​ສຳລັບ 2 ປະ​ເທດ ລາວ ​ແລະ ກຳປູ​ເຈຍ, ພ້ອມ​ທັງ​   ຮັບ​ເອົາ​ຂໍ້​ສະ​ເໜີ​ເພີ່ມງົບປະມານ​ປະຈຳ​ປີທີ່ສະຫງວນ​ໃຫ້​ວຽກ​ງານ​ພົວພັນ​ຕ່າງປະ​ເທດ, ​ເປີດ​​ດ່ານ​ຊາຍ​ແດນສຳຮອງ​​ຕື່ມອີກ ​ແລະ ຂໍ້​ສະ​ເໜີ​ອື່ນຈຳນວນ​ໜຶ່ງ​ຂອງ​ແຂວງ ກອນ​ຕຸ​ມ.

ຂ່າວ/ບົດ​ອື່ນ