ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໂອ້ລົມ ທາງໂທລະສັບກັບລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆ

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໂອ້ລົມ ທາງໂທລະສັບກັບລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆ - ảnh 1
(ທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ຟ້າ​ມບິ່ງ​ມິ​ງ)

(vovworld) – ວັນ​ທີ 16/05, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີນ​ໂດ​ເນ​ເຊຍ ທ່ານ Marty Natalegawa; ລັດຖະມົນຕີ​ການ​ຕ່າງປະ​ເທດສິງກະ​ໂປ ທ່ານ K. Shanmugam ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະພັນ​ລັດ​ເຊຍ ທ່ານ Sergei Lavrov.

        ທີ່​ບັນດາການ​ໂອ້​ລົມ​ທາງ​ໂທລະສັບ, ທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ແຈ້ງ​ໃຫ້​ຊາບ​​ການ​ຜັນ​ແປ່​ຫລ້າສຸດ​ກ່ຽວ​ກັບ​ເຫດການ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981, ພິ​ເສດ​ແມ່ນ​ເລື່ອງ​ຈີນ ​ໄດ້​ນຳ​ກໍາ​ປັ່ນຫລາຍ​ລຳ, ​ໃນ​ນັ້ນມີ​ທັງ​ກໍາ​ປັ່ນ​ທະຫານ ​ແລະ ກໍາ​ປັ່ນ​ປ້ອງ​ກັນ​ປະກອບ​ລູກ​ສອນ​ໄຟ​ເຂົ້າ​ເຂດ​ໄຫຼ່​ທະ​ວີ​ບ ​ແລະ ​ເຂດ​​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ຟ້າ​ມບິ່ງ​ມິ​ງ ໄດ້​ເນັ້ນ​ໜັກ​ວ່າ ຫວຽດນາມ ​ເດັດດ່ຽວ​ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ກໍາ​ປັ່ນ​ອອກ​ຈາກ​ບໍລິ​ເວັນເຂດ​ທະ​ເລ​ຂອງ​ຫວຽດນາມ. ທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ກໍ່​ແຈ້ງ​ໃຫ້​ຊາບບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ເຮັດ​ໃຫ້​ສະພາບຄວາມ​ເຄັ່ງ​​ຕຶງ​ຜ່ອນຄາຍ​ລົງ.

        ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ສະພາບ​ການ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາວັນ​ອອກ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລ້ວນ​ແຕ່​ຖື​ວ່າ ຫວຽດນາມ ​ແລະ ຈີນ ຕ້ອງ​ລະງັບ​ໃຈ, ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​​ໂດຍ​ສັນຕິ​ວິທີ.

        ກ່ຽວ​ຂ້ອງ​ເຖິງ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ເວລາ​ທີ​ຜ່ານ​ມາ​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ, ທີ່​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສິງກະ​ໂປ, ທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ, ຕັດສິນ​ໃຈ​ເຮັດ​ໃຫ້​ສະພາບ​ການ​ມີ​ຄວາມ​ສະຖຽນ​ລະ​ພາບ ​ແລະ ຈະ​ນຳ​ຕົວ​ພວກ​ກໍ່​ຄວາມ​ວຸ້ນວາຍຂຶ້ນ​ສານ​ດຳ​ເນີນ​ຄະດີ. ພິ​ເສດ​ແມ່ນ​ຖື​​ເປັນ​ສຳຄັນການ​ຮັບປະກັນ​ຄວາມ​ສະຫງົບ, ​ປອດ​ໄພ ​ແລະ ຊັບ​ສົມບັດ​​ໃຫ້​ແກ່​ບັນດາ​ນັກ​ລົງທຶນຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ສິ່ງ​ກະ​ໂປ ​ແລະ ປາດ​ຖະໜາ​ວ່າ ບັນດາ​ນັກ​ລົງທຶນ​ສິງກະ​ໂປ ອຸ່ນ​ອ່ຽນ​​ໃຈ​ສືບ​ຕໍ່​ເຄື່ອນ​ໄຫວ​ຢູ່​ແຂວງ ບິ່ງ​ເຍືອງ.

ຂ່າວ/ບົດ​ອື່ນ