ຮອງນາຍົກລັດຖະມົນຕີ ຟ້າມບິງມິງພົບປະ ກັບຜູ້ມີສິດເລືອກຕັ້ງ ແຂວງກວາງນິງ


ຮອງນາຍົກລັດຖະມົນຕີ ຟ້າມບິງມິງພົບປະ ກັບຜູ້ມີສິດເລືອກຕັ້ງ ແຂວງກວາງນິງ - ảnh 1

 (ພາບ: qtv.vn)

 (vovworld)- ຕອນ​​ເຊົ້າ​ວັນ​ທີ 4/12, ທ່ານຮອງ​ນາຍົກລັດຖະມົນຕີຟ້າມບິງ​ມິ​ງ ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ກວາງ​ນິງ​ ​ເພື່ອປະ​ກາດ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ຊຸດ​ທີ 13. ທ່ານຮອງ​ນາຍົກລັດຖະມົນຕີຟ້າມບິງ​ມິ​ງ ​​ເນັ້ນນັກ​ວ່າ: ນີ້​ແມ່ນ​ສະ​ໄຫມ​ປະຊຸມ​ສຳຄັນ​, ມີ​ລັກສະນະ​ປະຫວັດສາດດ້ວຍ​ເລື່ອງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ແລະ ຮ່າງ​ກົດໝາຍ ​ແລະ ມະຕິ​ສຳຄັນ​ອື່ນ​ອີກ 8 ສະບັບ, ​ໃນ​ນັ້ນມີ​ກົດໝາຍ​ວ່າ​ດ້ວຍ​ການ​ຮັບ​ພົນລະ​ເມືອງ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ, ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ…​ສະພາ​ແຫ່ງ​ຊາດ​ກໍ່​ໃຫ້​ຄຳ​ເຫັນ​ເຂົ້າ​ໃນ​ຮ່າງ​ກົດໝາຍ 10 ສະບັບ. ທ່ານຮອງ​ນາຍົກລັດຖະມົນຕີຟ້າມບິງ​ມິ​ງ ​ກໍ​ລາຍ​ງານ​ໃຫ້​ບັນ​ດາຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ສະພາບ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ການ​ທູດ ພ້ອມ​ທັງ​ເນັ້ນໜັກ​​ເຖິງຄວາມ​ສຳຄັນ​ຂອງ​ວຽກ​ງານການ​ພົວພັນ​ກັບ​ຕ່າງປະ​ເທດ ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຂວງ​ກວາງ​ນິງ ​ເວົ້າສະ​ເພາະ​ກໍ່​ຄື​ທົ່ວ​ປະ​ເທດ​ຫວຽດນາມ ​ເວົ້າລວມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຮອງ​ປະທານ​ສະພາ​​ແຫ່ງ​ຊາດ​ຕອງ​ທິຟອງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ດັກ​ລັກ

  ​ໃນ​ວັນ​ທີ 3-4/12, ທ່ານ​ນາງຮອງ​ປະທານ​ສະພາ​​ແຫ່ງ​ຊາດ​ຕອງ​ທິຟອງ ​ແລະ ບັນດາ ສສຊ ​ແຂວງ​ດັກ​ລັກ ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ຊຸດ​ທີ 13. ບັນດາຜູ້​ມີ​ສິດ​ເລືອກ​ຕັ້ງສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ເລື່ອງຮັບຮອງ​ເອົາ​ຮ່າງ​ກົດໝາຍ ​ແລະ ມະຕິ​ສຳຄັນສະບັບ​ຕ່າງໆ​, ພິ​ເສດ​ແມ່ນລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ແລະ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ, ຊື່​ງ​ໄດ້​ຕອບ​ສະໜອງ​ຄວາມ​ປາດ​ຖະໜາ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງທົ່ວ​ປະ​ເທດ. ຜູ້​ມີ​ສິດ​ເລືອກ​ຕັ້ງສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ, ລັດຖະ​ບານ ​ເພີ່ມ​ທະວີ​ການ​ລົງ​ທຶນ​ພື້ນຖານ​ໂຄງ​ລ່າງ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ການສຶກ​ສາ-ບຳລຸ​ງສ້ງ, ສາທາລະນະ​ສຸກ…​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ