(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ໄດ້ມອບໃຫ້ກະຊວງການເງິນ ສົມທົບກັນກະຊວງຍຸຕິທຳ ສ້າງຮ່າງດຳລັດໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍລັດຖະບານກ່ອນວັນທີ 20 ກໍລະກົດ 2021.
(ພາບປະກອບ: TTXVN)
|
ວັນທີ 15 ກໍລະກົດ, ຫ້ອງວ່າການລັດຖະບານໄດ້ອອກແຈ້ງການສົ່ງຄຳເຫັນສະຫຼຸບຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິນ ທີ່ການປະຊຸມກ່ຽວກັບຮ່າງດຳລັດສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາວ່າດ້ວຍການໃຫ້ກູ້ຢືມທຶນ ODA ຄືນໃໝ່, ກູ້ຢືມທຶນບຸລິມະສິດຕ່າງປະເທດຂອງລັດຖະບານ (ດຳລັດ).
ຕາມແຈ້ງການດັ່ງກ່າວແລ້ວ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ໄດ້ມອບໃຫ້ກະຊວງການເງິນ ຮັບເອົາຄຳເຫັນຈາກບັນດາຜູ້ແທນທີ່ການປະຊຸມຢ່າງຄົບຖ້ວນ, ຮີບເຮັ່ງເພື່ອປັບປຸງ, ເພີ່ມເຕີມຮ່າງດຳລັດຕາມທິດປັບປຸງ, ເພີ່ມເຕີມກ່ຽວກັບອັດຕາໃຫ້ກູ້ຢືມທຶນຄືນໃໝ່ສຳລັບຄະນະກຳມະການປະຊາຊົນຂັ້ນແຂວງ. ສຳລັບບາງລາຍການ, ໂຄງການທີ່ກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງບາງທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເຊິ່ງລັດຖະບານຕ້ອງໜູນຊ່ວຍຕາມການຊີ້ນຳຂອງລັດຖະບານ ແຕ່ບໍ່ຕ່ຳກວ່າ 10%.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ໄດ້ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງຍຸຕິທຳ ສ້າງຮ່າງດຳລັດໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍລັດຖະບານກ່ອນວັນທີ 20 ກໍລະກົດ 2021.