ຮອງນາຍົກລັດຖະມົນຕີ, ມອບຂອງຂວັນໃຫ້ແກ່ຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມດີໂອຊິນ ກວາງຫງາຍ

ຮອງນາຍົກລັດຖະມົນຕີ, ມອບຂອງຂວັນໃຫ້ແກ່ຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມດີໂອຊິນ ກວາງຫງາຍ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ມອບ​ງົວ​ພັນ 22 ​​ໂຕ ​
ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ)


(vovworld) – ​​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ແມ 2015, ວັນ​ທີ 07/02, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງຫາຍ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຂອບ​ຄົວ​ທຸກ​ຍາກ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊິນ ຕາ​ແສງ ​ເຊີນ​ແທ່ງ, ​ເມືອງ​ເຊີນ​ຮ່າ, ​ແຂວງກວາງ​ຫງາ​ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ມອບ​ງົວ​ພັນ 22 ​​ໂຕ ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ, ງົວ​ພັນ​ແຕ່ລະ​ໂຕ​ມີ​ມູນ​ຄ່າ 12 ລ້ານ​ດົງ. ຄະນະ​ປະຕິບັດ​ງານ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ໄດ້​ມອບ​ຂອງຂວັນ 100 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 1 ລ້ານ​ດົງ​ໃຫ້​ແກ່​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊິນຕາ​ແສງ ​ເຊີນ​ແທ່ງ, ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 360 ລ້ານ​ດົງ. ຄະນະ​ປະຕິບັດ​ງານຈະ​ສືບ​ຕໍ່​ໄປ​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ ​ແລະ ມອບ​ຂອງຂວັນ 1.080 ພູດ​ໃຫ້​ຄອບຄົວ​ບັນດາ​ຕາ​ແສງ​ຄື: ບິ່ງ​ທ້ວນ, ບິ່ງ​ຫາຍ, ບີ່ງ​ແທ້ງ​ດົງ ​ແລະ ບິ່ງ​ແທ້ງ​ໄຕ ຂອງ​ເມືອງ​ບິ່ງ​ເຊີນ, ​ແຂວງ​ກວາງ​ຫງ້າ​ຍ. ຍອດ​ມູນ​ຄ່າ​​ໜູນ​ຊ່ວຍ​ໃນ​ຄັ້ງ​ນີ້ກວ່າ 1,7 ຕື້​ດົງ.

ຂ່າວ/ບົດ​ອື່ນ