ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າ SOM - ອາຊຽນ ສ.ເກົາຫຼີ

(VOVWORLD) -ສ.ເກົາຫຼີ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ເວົ້າສະເພາະ ແລະ ກັບອາຊຽນ ເວົ້າລວມ, ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ ຂອງທ່ານປະທານາທິບໍດີ ມູນເຈອິນ ແລະ ໃນການພັດທະນາການພົວພັນລະຫວ່າງ ສ.ເກົາຫຼີ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. 
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າ SOM - ອາຊຽນ ສ.ເກົາຫຼີ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າ SOM - ອາຊຽນ ສ.ເກົາຫຼີ  Yoon Soon Gu (ພາຍ:VGP)

ຕອນບ່າຍວັນທີ 26 ທັນວາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າ SOM - ອາຊຽນ ສ.ເກົາຫຼີ  Yoon Soon Gu. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາອັນດີງາມຂອງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ. ທ່ານ ຟ້າມບິ່ງມິງ ເນັ້ນໜັກ ວ່າ: ສອງປະເທດຄວນຮັກສາທ່າພັດທະນາ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ລວມທັງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າເອເລັກໂຕນິກ, ແຮງງານ, ປ່ຽນແປງໃໝ່ຫົວຄິດປະດິດສ້າງ… ມຸ່ງໄປສູ່ເປົ້າໝາຍການຄ້າສອງສົ້ນ ໃຫ້ບັນລຸໄດ້ 100 ຕື້ໂດລາສະຫະລັດໃນປີ 2020.

ທ່ານຮອງລັດຖະມົນຕີ Yoon Soon Gu ກໍ່ຢັ້ງຢືນວ່າ: ສ.ເກົາຫຼີ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ເວົ້າສະເພາະ ແລະ ກັບອາຊຽນ ເວົ້າລວມ, ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ ຂອງທ່ານປະທານາທິບໍດີ ມູນເຈອິນ ແລະ ໃນການພັດທະນາການພົວພັນລະຫວ່າງ ສ.ເກົາຫຼີ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ທ່ານຮອງລັດຖະມົນຕີ ປາຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນສອງຝ່າຍກັບ ສ. ເກົາຫຼີ ຜ່ານບັນດາກົນໄກຫຼາຍຝ່າຍຄື ອາຊຽນ - ສ.ເກົາຫຼີ, ແມ່ຂອງ - ສ.ເກົາຫຼີ ແລະ ສົມທົບກັບ ສ.ເກົາຫຼີ ໃນບັນດາບັນຫາພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ