ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ຈີນ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ຈີນ - ảnh 1
ທ່ານ ຟ້າມ​ບີ່ງ​ມິງ ໂອ້​ລົມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ

(vovworld) – ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ຢ່າງ​ເຈຍ​ສື, ກຳ​ມະ​ການ​ລັດ​ຖະ​ບານ ຈີນ, ທ່ານ ຟ້າມ​ບີ່ງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້​ເດີນ​ທາງ​ໄປ​ນະ​ຄອນຫຼວງ ປັກ​ກິ່ງ, ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ ຫວຽດ​ນາມ - ຈີນ ຄັ້ງ​ທີ 10 ແຕ່​ວັນ​ທີ 16 -18/4. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຜັ​ນ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ພາຍຫຼັງ​ການ​ຢ້ຽມ​ຢາມ ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໃນ​ເດືອນ 1 ຜ່ານ​ມາ, ກໍ່​ຄື​ກະ​ກຽມ​ບັນ​ດາ​ແຜນ​ການ​ຮ່ວມ​ມື​ໃນ​ປີ 2017.

        ວັນ​ທີ 16/4, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ, ໄດ້​ລົງ​ຢ້ຽມ​ຢາມ ແລະ ໂອ້​ລົມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ຈີນ. ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ຮ​ຽກ​ຮ້ອງ​ໃຫ້​ສະ​ຖານ​ທູ​ດ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວ​ມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ, ຍູ້​ແຮງ​ການ​ໂຄ​ສະ​ນາ​ພາບ​ພົດ​ຂອງ ຫວຽດ​ນາມ.

        ເນື່ອງ​ໃນ​ໂອ​ກາດນີ້, ກຸ່ມ​ບັນ​ດາ​ນັກ​ຈິດ​ຕະ​ກອນ​ພາຍ​ໃນ​ປະ​ເທດ​ໄດ້​ມອບ​ໃຫ້​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ​ພາບ​ແຕ້ມ​​ຈຳ​ນວນ​ໜຶ່ງເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີ​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ພາບ​ພົດ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ ຫວຽດ​ນາມ.

        ​ການມອບ​ພາບ​ແຕ້ມ​ໃຫ້​ບັນ​ດາ​ອົງ​ການ​ຕາງ​ໜ້າ​ການ​ທູດ​ຂອງ ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ​ຈະ​ໄດ້​ກຸ່ມ​ນັກ​ຈິນ​ຕະ​ກຳ​ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຜັນ​ຂະ​ຫຍາຍ​ຢ່າງ​ກ້ວາງ​ຂ​ວາງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

                                              


ຕອບກັບ

ຂ່າວ/ບົດ​ອື່ນ