ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ

(VOVWORLD) -ຍີ່ປຸ່ນສະໜັບສະໜູນ ຫວຽດນາມໃນການພັດທະນາແບບຍືນຍົງ ແລະ ຫວັງວ່າຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນຮ່ວມມື ຫວຽດນາມ- ຍີ່ປຸ່ນ ພັດທະນາຢ່າງແທ້ຈິງ, ເຂັ້ມແຂງກວ່າເກົ່າໃນໄລຍະທີ່ຈະມາເຖິງ

 ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິນ  ຕ້ອນຮັບທ່ານສະມາຊິກສະພາຕໍ່າ, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Kazuyuki Nakane

(ພາບ: vov.vn)

ໂດຍກ່າວຄໍາເຫັນ, ທີ່ການຕ້ອນຮັບ,ສະມາຊິກສະພາຕໍ່າ, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Kazuyuki Nakane ໃນຕອນບ່າຍວັນທີ 9 ສິງຫາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິນ ສະເໜີໃຫ້ສອງປະເທດສືບຕໍ່ສົມທົບກັນຈັດຕັ້ງ ເປັນຢ່າງດີໃນບັນດາການຢ້ຽມຢາມ ແລະ ພົບປະຂອງການນຳຂັ້ນສູງ ໃນປີ 2018 - ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ຍີ່ປຸ່ນ; ຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ; ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ; ສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນ ໃນບັນດາເວທີປາໄສສາກົນ ແລະ ພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫວັງວ່າທັງສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມື ODA ຂອງຍີ່ປຸ່ນ ຢູ່ຫວຽດນາມ ແລະ ແລກປ່ຽນກ່ຽວກັບສະພາບການຂອງບາງໂຄງການຮ່ວມມື ODA ກັບ ຍີ່ປຸ່ນ ຢ່າງມີປະສິດທິຜົນ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ທ່ານ Kazuyuki Nakane ຢັ້ງຢືນວ່າ ຍີ່ປຸ່ນສະໜັບສະໜູນ ຫວຽດນາມໃນການພັດທະນາແບບຍືນຍົງ ແລະ ຫວັງວ່າຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນຮ່ວມມື ຫວຽດນາມ- ຍີ່ປຸ່ນ ພັດທະນາຢ່າງແທ້ຈິງ, ເຂັ້ມແຂງກວ່າເກົ່າໃນໄລຍະທີ່ຈະມາເຖິງ, ປະກອບສ່ວນສ້າງພາກພື້ນ ອາຊີ ປາຊີຟິກ ເສລີ, ເປີດກວ້າງ ກໍ່ຄືປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ.  ທ່ານລັດຖະມັນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ທ່ານ Kazuyuki Nakane ຫວັງວ່າ ຫວຽດນາມຈະເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເມື່ອໄດ້ຮັບບົດບາດເປັນຜູ້ປະສານງານການພົວພັນ ອາຊຽນ - ຍີ່ປຸ່ນ ໄລຍະ 2018-2021, ຮ່ວມມືເພື່ອຜົນສຳເລັດຂອງກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄາດວ່າຈະ ດຳເນີນໃນເດືອນ ຕຸລາ/2018 ທີ່ ໂຕກຽວ, ແລະ ທ່ານກໍ່ເນັ້ນໜັກເລືຶ່ອງຍີ່ປຸ່ນສະໜັບສະໜູນທັດສະນະຂອງຫວຽດນາມ ແລະ ອາຊຽນ ໃນການແກ້ໄຂບັນດາ ຂໍ້ຂັດແຍ່ງລະດັບສາກົນ, ໃນນັ້ນມີ ທະເລຕາເວັນອອກ. 

ຕອບກັບ

ຂ່າວ/ບົດ​ອື່ນ