ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະກັບລັດຖະມົນຕີການຕ່າງປະເທດ ອາເມລິກາ

(VOVWORLD) -  ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ແລະ ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ເຫັນດີເພີ່ມທະວີການສົມທົບກັນໃນບັນດາກົນໄກໂດຍ ອາຊຽນ ນຳພາ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະກັບລັດຖະມົນຕີການຕ່າງປະເທດ ອາເມລິກາ - ảnh 1 ການພົບປະລະຫວ່າງ 2 ຝ່າຍ

ໂດຍສືບຕໍ່ການເຄື່ອນໄຫວພົບປະ 2 ຝ່າຍໃນຂອບເຂດສັບປະດາຂັ້ນສູງ APEC ຢູ່ ດ່ານັ້ງ, ຕອນເຊົົ້າວັນທີ 11 ພະຈິກ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson. ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ຢັ້ງຢືນວ່າ: ອາເມລິກາ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມື ກັບ ຫວຽດນາມ, ເນັ້ນໜັກເຖິງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Donald Trump ມີຄວາມໝາຍສຳຄັນ, ຫວຽດນາມ ແມ່ນສະຖານທີ່ທຳອິດທີ່ທ່ານປະທານາທິບໍດີ Donald Trump ມາຢ້ຽມຢາມຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ເຊື່ອໝັ້ນວ່າ ການຢ້ຽມຢາມ ຈະເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ກ່ວາອີກ.

        ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ແລະ ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ເຫັນດີເພີ່ມທະວີການສົມທົບກັນໃນບັນດາກົນໄກໂດຍ ອາຊຽນ ນຳພາ, ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ກ່ວາອີກ, ສະໜັບສະໜູນ ແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ