ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານວາ​ລະກອງ​ປະ​ຊຸມເປີດ ​ຂັ​້ນ​ລັດ​ຖະ​ມົນ​ຕີ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ສ​ປ​ຊ

(VOVWORLD) -ວັນທີ 9 ມັງກອນ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານວາລະກອງປະຊຸມເປີດຂັ້ນລັດຖະມົນຕີສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງ ສປຊ: ປະຕິບັດຢ່າງຖືກຕ້ອງຕາມກົດບັດ ເພື່ອ ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”.
ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານວາ​ລະກອງ​ປະ​ຊຸມເປີດ ​ຂັ​້ນ​ລັດ​ຖະ​ມົນ​ຕີ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ສ​ປ​ຊ - ảnh 1ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) 

ນີ້ແມ່ນເຫດການສ້າງຂີດໝາຍສຳຄັນໃນເດືອນທຳອິດ ທີ່ຫວຽດນາມ ເຂົ້າຮ່ວມ ສະພາຄວາມໝັ້ນຄົງ ສປຊ, ພ້ອມທັງດຳລົງຕຳແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນມັງກອນ 2020, ເຊິ່ງໄດ້ຈັດຕັ້ງຂຶ້ນເນື່ອງໃນໂອກາດ ສປຊ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ.

        ກ່າວຄຳເຫັນທີ່ວາລະກອງປະຊຸມ, ທ່ານ ຟ້າມບິ່ງມິງ ໄດ້ຢັ້ງຢືນເຖິງຄວາມສຳຄັນພິເສດຂອງການເຄົາລົບ ແລະ ປະຕິບັດຢ່າງຖືກຕ້ອງຕາມກົດບັດ ສປຊ ໃນການຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ທ່ານກ່າວວ່າ:

        “ພວກເຮົາຕ້ອງປະຕິບັດເພື່ອໃຫ້ ສປຊ ກາຍເປັນບ່ອນສ່ອງແສງຜົນປະໂຫຍດລວມຂອງ ບັນດາປະເທດສະມາຊິກທັງໝົດ, ຊຸກຍູ້ລັດທິຫຼາຍຝ່າຍ ແລະ ການພົວພັນຮ່ວມມືແບບສະເໝີພາບໂດຍອີງໃສ່ກົດບັດ ສປຊ ແລະ ກົດໝາຍສາກົນ. ນີ້ແມ່ນວິທີໜຶ່ງດຽວ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຊຸກຍູ້ການພັດທະນາແບບ ຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ… ເພື່ອໂລກແຫ່ງສັນຕິພາບ, ມີຄວາມສະເໝີພາບ ແລະ ດີງາມກ່ວາອີກ.”

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຖືວ່າ ສປຊ ແລະ ບັນດາປະເທດສະມາຊິກ ຕ້ອງນຳໜ້າໃນການປະຕິບັດຢ່າງຖືກຕ້ອງຕາມກົດບັດ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ສປຊ ເພີ່ມທະວີ ການໂອ້ລົມສົນທະນາ, ເຄົາລົບລັດທິຫຼາຍຝ່າຍ, ເສີມຂະຫຍາຍບັນດາເຄື່ອງມື ທີ່ກົດບັດວາງອອກໃຫ້ດີທີ່ສຸດ, ຮັບປະກັນ ການວາງແຜນ ແລະ ຜັນຂະຫຍາຍຍຸດທະສາດ, ນະໂຍບາຍພັດທະນາ, ການປ້ອງກັນປະເທດ, ການປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດທີ່ສອດຄ່ອງກັບບັນດາມາດຕະຖານ ແລະ ຫຼັກການພື້ນຖານຂອງ ກົດໝາຍສາກົນ ແລະ ກົດບັດ ສປຊ.

        ພາຍໃຕ້ການບໍລິຫານຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ, ສະພາຄວາມໝັ້ນຄົງ ສປຊ ກໍ່ໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການປະທານ ໂດຍ ຫວຽດນາມ ເປັນປະເທດຮຽບຮຽງ.

ຕອບກັບ

ຂ່າວ/ບົດ​ອື່ນ