ຮອງນາຍົກລັດຖະມົນຕີ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ບັນດາ ທ້ອງຖີ່ນຫວຽດນາມ

ຮອງນາຍົກລັດຖະມົນຕີ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ບັນດາ ທ້ອງຖີ່ນຫວຽດນາມ - ảnh 1
ຮອງນາຍົກລັດຖະມົນຕີ Nguyen Xuan Phuc ແລະ ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ
(ພາບ: ອີນເຕີເນັດ)

(vovworld) – ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc, ທ່າ​ນຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້ມາ​ຢ​້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ແຂວງ ​​ເບ໋ນ​ແຈ, ​ເທື່ອ​ທຽນ​ເຫ້ວ, ​ເຫ​ງ້ອານ  ​ໃນ​ລະຫວ່າງ​ວັນ​ທີ 5 – 10/4. ຕອນ​ເຊົ້າ​ວັນ​ທີ 7/4, ຢູ່​ນະຄອນ​ເຫ້ວ, ທ່າ​ນຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ  ​ໄດ້​ເຈລະຈາ ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc. 2 ຝ່າຍ​ສະ​ແດງ​ຄວາມ​ພາກພູມ​ໃຈ​​ເມື່ອ​ເຫັນ​ວ່າ​ການ​ພົວພັນ​ລະ​ຫວ່າງ 2 ລັດ, 2 ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ, ພັດທະນາ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ຖານະ​​ເປັນ​ປະທານ​ຮ່ວມ​ຄະນະກຳມາທິການ​ຮ່ວມ​ມື 2 ລັດຖະບານ, ຮອງ​ນາຍົກລັດຖະມົນຕີ ທັງ 2 ທ່າ​ນພ້ອມ​ກັນ​ທົບ​ທວນຄືນ​ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ພິ​ເສດ​ແມ່ນ​ສັນຍາ​ຮ່ວມ​ມື​ທີ່​ກອງ​ປະຊຸມ​ຄັ້ງທີ 34 ຄະນະ​ກຳມາ​ທິການ​ລະຫວ່າງລັດຖະບານ, ​ແລກປ່ຽນ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ລະດັບຄວາມ​​ໄວ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​, ຕິດຕາມ​ກວດກາ​ບັນດາ​ໂຄງການ, ປະຕິບັດ​ການ​ຈັດ​ແບ່ງ​ແຫຼ່ງ​ທຶນຊ່ວຍ​ເຫຼື​ອລ້າ​ຂອງ​ຫວຽດນາມ ຢ່າງ​ມີ​ຈຸດ​ສຸມ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ