ຮອງນາຍົກລັດຖະມົນຕີ ວູວັນນິງ ຕ້ອນຮັບຄະນະຜູ້ຊ່ຽວຊານຕິດຕາມກວດກາດ້ານການເງິນຂອງ ສະວິດ

ຮອງນາຍົກລັດຖະມົນຕີ ວູວັນນິງ ຕ້ອນຮັບຄະນະຜູ້ຊ່ຽວຊານຕິດຕາມກວດກາດ້ານການເງິນຂອງ ສະວິດ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ວູ​ວັນ​ນິງ ຕ້ອນຮັບ
​ຄະນະ​ຜູ້​ຊ່ຽວຊານ​ຕິດຕາມ​ກວດກາດ້ານການ​ເງິນຂອງ ​ສະ​ວິດ
(ພາບ: chinhphu.vn)


(vovworld) -     ສະ​ວິດ ຈະ​ແມ່ນ​ຊ່ອງ​ທາ​ບທາມ​ທີ່ສຳຄັນ​ສຳ​ລັບຫວຽດນາມ ​ເພື່ອ​ປັບປຸງ​ກົງ​ຈັກ​ຕິດຕາມ​ກວດກາດ້ານການ​ເງິນ, ​ເງິນຕາ. ທີ່​ການ​ຕ້ອນຮັບທ່ານ Daniel Patrick Senn, ອະດີດ​ຮອງປະທານ​ອົງການ​ຕິດຕາມ​ກວດກາ​​ການ​ເງິນ​ສະ​ວິດ FINMA; ທ່ານ Daniel Patrick Senn, ຜູ້ອຳ​ນວຍການກວດ​ສອບ​ການ​ເງິນ ກຸ່ມ​ບໍລິສັດ​ກວດ​ສອບ​ທົ່ວ​ໂລກ KPMG ​ແລະ ທ່ານ Andrej Motyl, ​ເອກ​ອັກຄະ​ລັດຖະທູດສະ​ວິດ ​ປະຈຳ​ຫວຽດນາມ, ວັນ​ທີ 4/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ວູ​ວັນ​ນິງ ​ເນັ້ນ​ໜັກ​ວ່າ; ຫວຽດນາມ ພວມ​ຄົ້ນ​ຄວ້າ​ບັບດາບົດ​ຮຽນ​ສາກົນ​ກ່ຽວ​ກັບ​ຮູບ​ແບບ​ຕິດຕາມ​ກວດກາ​​ການ​ເງິນ ​ເພື່ອ​ນຳ​ໃຊ້​ຢ່າງ​ເໝາະ​ສົມ. ບັນດາ​ຄຳ​ເຫັນ​ຂອງ​ຜູ້​ຊ່ຽວຊານ​ອັນ​ດັບ​ໜຶ່ງທີ່​ມາ​ຈາກ​ພື້ນຖານ​ເສດຖະກິດ​ທີ່​ທັນ​ສະ​ໄໝ​ຄື ສະ​ວິດ ຈະ​ແມ່ນ​ຊ່ອງ​ທາ​ບທາມ​ສຳຄັນ​ສຳລັບ​ຫວຽດນາມ ​ເພື່ອ​ປັບປຸງ​ກົງ​ຈັກ​ຕິດຕາມ​ກວດກາ​ການ​ເງິນ, ​ເງິນຕາ. ບັນດາ​ຜູ້​ຊ່ຽວຊານ​ມາ​ຈາກ​ສະ​ວິດ ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະສືບ​ຕໍ່​ຄົ້ນຄວ້າ​ກ່ຽວ​ກັບ​ລະບົບ​ຕິດຕາມ​ກວດກາ​​ການ​ເງິນ​ຂອງ​ຫວຽດນາມ ຢ່າງ​ເລິກ​ເຊິ່ງກວ່າ, ​ເພື່ອ​ຍົກ​ອອກ​ບັນດາ​ຂໍ້ສະ​ເໜີ​ຊ່ວຍ​ໃຫ້​ຫວຽດນາມ ກໍ່ສ້າງ​ລະບົບ​ຕິດຕາມ​ກວດກາ​ການ​​ເງິນທີ່​ທັນ​ສະ​ໄໝ ​ແລະ ສຳ​ພັດ​ກັບ​ມາດຕະຖານ​ສາກົນ.

ຂ່າວ/ບົດ​ອື່ນ