ຮອງນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບຄະນະຜູ້ແທນແມ່ຫວຽດນາມ ວິລະຊົນ ແຂວງດົ່ງນາຍ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບຄະນະຜູ້ແທນແມ່ຫວຽດນາມ ວິລະຊົນ ແຂວງດົ່ງນາຍ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ
ຕ້ອນຮັບ​ຄະນະ​ຜູ້​ແທນ​ແມ່​ຫວຽດນາມ ວິລະ​ຊົນ ​ແຂວງ​ດົ່ງ​ນາຍ)


(vovworld) – ທີ່​ການ​ຕ້ອນຮັບຄະນະ​ຜູ້​ແທນ​ແມ່​ຫວຽດນາມ ວິລະ​ຊົນ ​ແຂວງ​ດົ່ງ​ນາຍ, ​ໃນ​ຕອນ​ບ່າຍ​ວັນ​ທີ 22/01, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ, ຍາມ​ໃດພັກ, ລັດ, ລັດຖະບານ ກໍ່​ຮູ້​ບຸນ​ຄຸນ​ບັນດາ​ຄ​ອບຄົວ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ຖືກ​ຈຳ​ຄຸກ, ບັນດາ​ຄອບຄົວ​ທີ່​​ມີ​ຄຸນງາມຄວາມດີ​ໃນ​ການ​ຕໍ່ຕ້ານ, ​ເພື່ອ​ໃຫ້​ປະຊາ​ຊາດ​ຍາດ​ໄດ້​ເອກະລາດ ​ແລະ ພັດທະນາ​ຄື​ປະຈຸ​ບັນ. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້​ແຂ​ວງດົ່ງ​ນາຍ ຕ້ອງ​ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ຄອບຄົວ​ກໍ່ສ້າງ, ສ້ອມແປງ​ເຮືອນ​ຢູ່, ຈັດ​ຕັ້ງ​ການກວດ, ປິ່ນປົວ​ພະຍາດ, ຢື້​ຢາມ​ຖາມ​ຂ່າວ, ລະດົມກຳລັງ​ໃຈ​ຜູ້​ມີ​ຄຸນງາມຄວາມດີ​ໃນ​ໂອກາດ​ວັນ​ບຸນ, ປີ​ໃໝ່ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​​​ໄດ້ດີ​ກວ່າ. ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາວ່າ, ບັນດາ​ແມ່​ຫວຽດນາມ ວິລະ​ຊົນ, ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ​​ເປັນ​ແບບຢ່າງ​ຢູ່​ທ້ອງ​ຖິ່ນ, ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ຖະໜົນ, ​ເຂດ​ຊຸມ​ຊົນ​ວັດ​ທະນະ​ທຳ.

ຂ່າວ/ບົດ​ອື່ນ