ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ, ເຮັດວຽກຢູ່ ອາເມລິກາ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ, ເຮັດວຽກຢູ່ ອາເມລິກາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ

(vovworld) – ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ນຳ​ໜ້າ​ຄະນະ​ຜູ້​ແທນ​ລັດຖະບານ ຫວຽດນາມ ຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ ​ແລະ ​ເຂົ້າ​ຮ່ວມ​ລາຍການ​ການ​ນຳ​ຄຸ້ມ​ຄອງ​ຂັ້ນ​ສູງ ຫວຽດນາມ ຢູ່ ມະຫາວິທະຍາ​ໄລ Havard, ​ແຕ່​ວັນ​ທີ 21 – 30/8. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຈະ​ມີ​ການ​ພົບ​ປະ​ 2 ຝ່າຍ​ກັບ​ວົງ​ການ​ການ​ເມືອງ ອາ​ເມ​ລິ​ກາ, ​ເຮັດ​ວຽກ​ກັບ​ຫ້ອງ​ການ​ປະສານ​ງານປ້ອງ​ກັນ, ຕ້ານ AIDS ທົ່ວ​ໂລກ, ຫ້ອງການ​ປະສານ​ງານ​ນະ​ໂຍບາຍ​ຢາ​ເສບ​ຕິດ​ສະຫະລັດ, ຢ້ຽມຢາມ​ສານ​ຢາ​ເສບ​ຕິດ ​ແລະ ບາງ​ຮາກ​ຖານ​ປິ່ວປົວ​ບຳບັດຜູ້​ຕິດ​ຢາ​ເສບ​ຕິດ, ຢ້ຽມຢາມ​ພະນັກງານ ພາລະ​ກອນ​ຄະນະ​ຜູ້​ຕາງໜ້າ ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ. ກໍ່​ໃນການ​ຢ້ຽມຢາມຄັ້ງ​ນີ້, ທ່ານ​ຮອງ​ນາຍົກ​ລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່ເຂົ້າ​ຮ່ວມ​ລາຍການ​ການ​ນຳ​ຄຸ້ມ​ຄອງ​ຂັ້ນ​ສູງ ຫວຽດນາມ ຢູ່ ມະຫາວິທະຍາ​ໄລ Havard ດ້ວຍ​ຫຼາຍ​ຫົວ​ເລື່ອງ​ສະ​ເພາະ​ທີ່​ມີ​ປະ​ໂຫຍ​ດຈາກ​ບັນດາ​ສາດສະດາຈານ, ຜູ້ຊ່ຽວຊານ​ອັນ​ດັບ​ໜຶ່ງ​ຂອງ​ມະຫາວິທະຍາ​ໄລ Havard ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ເສດຖະກິດ, ສັງຄົມ, ກົດໝາຍ. ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື​ໃນ​ທຸກ​ຂົ​ງ​ເຂດ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ