ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ອອກຄຳສັ່ງເລີ່ມລົງມື ກໍ່ສ້າງເສັ້ນທາງດ່ວນ ດ່ານັ້ງ - ກວາງຫງາ້ຍ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ອອກຄຳສັ່ງເລີ່ມລົງມື ກໍ່ສ້າງເສັ້ນທາງດ່ວນ ດ່ານັ້ງ - ກວາງຫງາ້ຍ - ảnh 1
ເລີ່​ມລົງມື​ກໍ່ສ້າງ​ເສັ້ນທາງ​ດ່ວນ ດ່າ​ນັ້ງ - ກວາງ​ຫງາ​້ຍ
(ພາບ:thanhnien.com.vn)


(vovworld) -  ຕອນ​ເຊົ້າ​ວັນ​ທີ 19/05, ຢູ່​ຕາ​ແສງ, ດ້ຽນທໍ້, ​ເມືອງ ດ້ຽນບ່ານ, ​ແຂວງ ກວາງ​ນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ເຂົ້າ​ຮ່ວມ ​ແລະ ອອກ​ຄຳ​ສັ່ງ​ເລີ່​ມລົງມື​ກໍ່ສ້າງ​ເສັ້ນທາງ​ດ່ວນ ດ່າ​ນັ້ງ - ກວາງ​ຫງາ​້ຍ. ​ໂຄງການ​ມີ​ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອ​ບ 1,5 ຕື້ USD, ​ຈາກແຫຼ່ງ​ທຶນ​ກູ້​ຍືມໜູນ​ຊ່ວຍ​ພັດທະນາ (ODA) ຂອງ​ລັດຖະບານ​ຍີ່ປຸ່ນ ​ແລະ ​ແຫຼ່ງທຶນ​ກູ້​ຍືມຈາກ​ທະນາຄານ​ໂລກ. ເສັ້ນທາງ​ດ່ວນ ດ່າ​ນັ້ງ - ກວາງ​ຫງາ​້ຍ ​ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ປີ 2017. ນີ້​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ເສັ້ນ​ທາງດ່ວນ ເໜືອ ​- ໃຕ້, ພາຍຫຼັງ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ ຈະ​ຫລຸດຜ່ອນ​ໄລຍະ​ທາງ ​​ແລະ ​ເວລາ​ໄປມາ​​ລະຫວ່າງ​ບັນດາ​ສູນ​ເສດຖະກິດ ​ແລະ ​ບັນດາ​ແຂວງ, ນະຄອນດ່າ​ນັ້ງ, ກວາງ​ນາມ ​ແລະ ກວາງ​ຫງາ​້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີເລີ່​ມລົງມືກໍ່ສ້າງ, ທ່ານ​ຫງວຽນ​ຊວນ​ຟຸ໋ກ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ, ເສັ້ນທາງ​ດ່ວນ ດ່າ​ນັ້ງ - ກວາງ​ຫງາ​້ຍ ​ໄດ້​ເປີດ​ກາລະ​ໂອກາດ​ລົງທຶນ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ເຂດ​ພາກ​ກາງ, ປະກອບສ່ວນ​ເຊື່ອມ​ຕໍ່ການຂົນ​ສົ່ງ​ສາກົນພາຍ​ໃນ​​ພາກ​ພື້ນ, ຮັບປະກັນ​ການ​ໄປມາ, ກູ້​ໄພ​ກູ້​ຊີບ​ດ່ວນ​ໃຫ້​ແກ່​ປະຊາຊົນ​ໃນ​ເຂດ​ທີ່​ປະສົບ​ກັບ​ໄພ​ນ້ຳ​ຖ້ວມ​ໃນ​ລະດູຝົນ​​ເປັນ​ປະຈຳ.

ຂ່າວ/ບົດ​ອື່ນ