ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງ ປະຊຸມວຽກງານຮັບປະກັນຄວາມສະຫງົບໄລຍະ 9 ເດືອນຕົ້ນປີ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງ ປະຊຸມວຽກງານຮັບປະກັນຄວາມສະຫງົບໄລຍະ 9 ເດືອນຕົ້ນປີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກ່າວ​ຄ​ຳ​ເຫັນ​ທີ່​ກອງປະ​ຊຸມ​
(ພາບ: chinhphu.vn)


(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 24 ກັນຍາ, ກ່າວ​ຄ​ຳ​ເຫັນ​ທີ່​ກອງປະ​ຊຸມ​ຮັບປະກັນວຽກງານ​ປ້ອງກັນຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ໃນ 9 ​ເດືອນ​ຕົ້ນ​ປີ 2013, ​ໂດຍ​ກະຊວງ​ຕຳຫຼວດ​ສົມທົບ​ກັບ​ຄະນະ​ຊີ້​ນຳເຂດ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ໄດ້ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ ​ເຊິ່ງກຳລັງ​ຕຳຫຼວດ​ເປັນ​ແກ່ນສານ ​ໃນ​ການ​ຮັກສາ​​ສະຖຽນ​ລະ​ພາບ ​ແລະ ພັດທະນາ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອ​ງ​ໃຫ້​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການທີ່​ກ່ຽວຂ້ອງ​ສຸມ​ໃສ່​ເພີ່ມ​ທະວີ​ກໍ່ສ້າງ​ກຸ່ມ​ກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ; ຍູ້​ແຮງ​ການ​ປັບປຸງ, ກໍ່ສ້າງ​ລະບົບ​ການ​ເມືອງ​ຂັ້ນ​ຖາກ​ຖານ​ໃຫ້​ເຂັ້ມ​ແຂງ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ບໍລິ​ເວັນ​ຈຸດ​ສຸມ, ກໍ່ສ້າງ, ຍູ້​ແຮງ​ຂະ​ບວນການ​ປະຊາຊົນ​ທົ່ວ​ປະ​ເທດ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຂອງປະ​ເທດ​ຊາດ. ພ້ອມກັນນັ້ນ ກຳລັງ​ຄຳ​ຫຼວດສືບ​ຕໍ່​ເປັນ​ເຈົ້າ​ການ, ກຳ​ໄດ້​ສະພາບ​ການ, ຕ້ານ​ບັນດາ​ອາດຊະຍາ​ກຳ, ​ແກ້​ໄຂ​ບັນດາ​ເຫດການ​ທີ່​ສັບສົນ...

ຂ່າວ/ບົດ​ອື່ນ