ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ເຂົ້າຮ່ວມພິທີລົງມືກໍ່ສ້າງທາງອຸໂມງຜ່ານກິວ ຟຸ໋ຢາ ແລະ ເຟືອກເຕື້ອງ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ເຂົ້າຮ່ວມພິທີລົງມືກໍ່ສ້າງທາງອຸໂມງຜ່ານກິວ ຟຸ໋ຢາ ແລະ ເຟືອກເຕື້ອງ - ảnh 1
ພິທີ​ລົງມື​ກໍ່ສ້າງທາງ​ອຸມົງຜ່ານ​ກີ່ວ ຟຸ໋ຢາ ​ແລະ ​ກີ່ວເຟືອ​ກ​ເຕື້ອງ
(ພາບ: photobook.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 18/05, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ສົມ​ທົບ​ກັບ​ຄະນະ​ກຳມະການ​ປະຊາຊົ​ນແຂວງ ​ເທື່ອ​ທຽນ​ - ເຫວ ຈັດ​ຕັ້ງ​ພິທີ​ລົງມື​ກໍ່ສ້າງທາງ​ອຸມົງຜ່ານ​ກີ່ວ ຟຸ໋ຢາ ​ແລະ ​ກີ່ວເຟືອ​ກ​ເຕື້ອງ, ​ໃນ​​ທາງ​ຫຼວງ 1A, ຕອນຂຶ້ນ​ກັບ​ເມືອງ​ຟຸ໋​ໂລກ, ​ແຂວງ ເທື່ອ​ທຽນ​ - ເຫວ. ​ໂຄງການທາງ​ອຸ​ໂມງຜ່ານ​ກີ່ວ ຟຸ໋ຢາ ​ແລະ ​ກີ່ວເຟືອ​ກ​ເຕື້ອງ ມີ​ລວງ​ຍາວ 8,4 ກ​.ມ, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງ​ທຶນ​ກວ່າ 1.700 ຕື້​ດົງ. ກ່າວ​ຄຳ​ເຫັນ​ທີ່​ພິທີ່​ລົງມືກໍ່ສ​້າງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ເນັ້ນ​ໜັກ​ວ່າ​.

        “​ເລື່ອງກໍ່ສ້າງທາງ​ອຸ​ໂມງ 2 ສາຍນີ້​ມີ​ຄວາມ​ໝາຍ​ສຳຄັນ​​ທີ່​ສຸດ​ໃນການ​ໄປມາເພື່ອ​ເຊື່ອມ​ຕໍ່​ບັນດາ​ມໍລະດົກ​ວັດທະນະທຳ​ລະຫວ່າງ​ແຂວງ ເທື່ອ​ທຽນ​ - ເຫ້ວ ​ແລະ ນະຄອນ​ດ່າ​ນັ້ງ, ​ແຂວງ​ກວາງ​ນາມ ​ແລະ ບັນດາ​ແຂວງ​​​ໃກ້​ຄຽງ. ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ທາງ​ອຸ​ໂມງ​ນີ້​ມີ​ຄວາມ​ໝາຍ​ຢ່າງໃຫຍ່​ຫຼວງ ຍ້ອນກີ່ວ ຟຸ໋ຢາ ​ແລະ ​ກີ່ວເຟືອ​ກ​ເຕື້ອງ ​​ເຄີຍ​ເກີດ​ອຸ​ບັນ​ຕິ​ເຫດ​ ​ແລະ ການ​ຕິດ​ຂັດເປັນ​ປະຈຳ, ​​ ຍ້ອນ​ພຽງ​ແຕ່​ມີເສັ້ນທາງ​ດຽວ​ເທົ່າ​ນັ້ນ.”

        ​ແລະ​ກໍ​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ທ່ານຮອງນາຍົກ ຫງວຽນ​ຊວນ​ຟຸ໋ກ ​ໄດ​້​ເຂົ້າ​ຮ່ວມ​ພິທີລົງມື​ກໍ່ສ້າງ​ໂຄງການ​ເປີດ​ກ້ວາງ​ເສັ້ນທາງ​ຫຼວງ 1A ຕອນ​ຜ່ານ​ແຂວງ ​ເທື່ອ​ທຽນ​ - ເຫວ ​ແລະ ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ໂຮງໝໍ​ຫຼາຍ​ຂະ​​ແໜງທາງ​ທິດ​ເໜືອ​ແຂວງ​ເທື່ອ​ທຽນ​ - ເຫວ.

 

ຂ່າວ/ບົດ​ອື່ນ