ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມລາຍການການນຳຄຸ້ມຄອງຂັ້ນສູງ ຫວຽດນາມ (VELP) 2013

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມລາຍການການນຳຄຸ້ມຄອງຂັ້ນສູງ ຫວຽດນາມ (VELP) 2013 - ảnh 1
ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບປະກອບ)

(vovworld) – ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່ ອາ​ເມ​ລິ​ກາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຊິ່ງລວມມີ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນ​ເຂົ້າ​ຮ່ວມ​ລາຍການ​ການ​ນຳ​ຄຸ້ມຄອງ​ຂັ້ນ​ສູງ ຫວຽດນາມ (VELP) ຢູ່​ມະຫາວິທະຍາ​ໄລ Harvard ຂຶ້ນ​ກັບ​ລັດ Massachusetts ​ແຕ່​ວັນ​ທີ 26 ຮອ​ດວັນ​ທີ 30/8/2013. VELP ​ແມ່ນ​ລາຍການ​ແລກປ່ຽນ​ນະ​ໂຍບາຍ​ຂັ້ນ​ສູງ, ​ເລີ່​ມ​ແຕ່​ປີ 2008, ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ສົມທົບ​ກັບ​​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ (UNDP) ​ແລະ ມະຫາວິທະຍາ​ໄລ Harvard ຈັດ​ຕັ້ງ​ຂຶ້ນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່າ​ນຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​​ແລະ ບັນດາ​ຜູ້​ແທນ ຫວຽດນາມ ​ໄດ້​ສະໜອງບັນດາ​ຂໍ້ມູນ​ຂ່າວ​ໃຫມ່​ສຸດ​ກ່ຽວ​ກັບ​ສະພາບ​ການ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ ຫວຽດນາມ, ​ແນະນຳ​ບັນດາ​ຜົນງານ, ຄວາມ​ຫຍຸ້ງຍາກ ​ແລະ ບັນດາ​ບຸລິມະສິດ​ໃນ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ໄລຍະ​ປະຈຸ​ບັນ. ບັນດາ​ຜູ້​ແທນ​ຂອງ​ຄະນະ VELP ​ໄດ້​ປຶກສາ​ຫາລື​ຢ່າງ​ເປີ​ດ​ເຜີຍ​ກ່ຽວ​ກັບ​ຫຼາຍ​ບັນຫາ​ຄື: ​ເລື່ອງກຳນົດ​ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ສະພາບ​ການ​ລວມຂອງ​ໂລກ ​ແລະ ພາກ​ພື້ນ, ການລະ​ໂອກາດ, ການ​ທ້າ​ທາຍ ​ແລະ ໜ້າ​ທີ່​ວາງ​ອອກ​ສຳລັບ ຫວຽດນາມ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ແຜນການ​ປະຕິ​ຮູບ ​ແລະ ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ສຳ​ເລັດ​ຜົນ.

​    ​ໃນ​ໄລຍະ​ຢູ່ Boston, ຄະນະ​ໄດ້​ຢ້ຽມຢາມ, ຊອກ​ຮູ້​ກ່ຽວ​ກັບ​ຮູບ​ແບບ​​ບໍລິຫານ​ຂອງ​ລັດ Massachusetts ​ແລະ ຢ້ຽມຢາມ​ໂຮມ​ແຮມ Omni Parker House, ບ່ອນ​ທີ່​ປະທານ ​ໂຮ່ຈີ​ມິນ ​ເຄີຍ​ເຮັດ​ວຽກ​ໃນ​ໄລຍະ​ເວລາ​ເພີ່ນ​ດຳລົງ​ຊີ​ວິດຢູ່ Boston ​ແຕ່​ປີ 1911 – 1913.

 

ຂ່າວ/ບົດ​ອື່ນ