ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກະກຽມການຜັນຂະຫຍາຍຮູບແບບກວດກາປະຕູດຽວ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກະກຽມການຜັນຂະຫຍາຍຮູບແບບກວດກາປະຕູດຽວ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເປັນ​ປະທານ
​ກອງ​ປະຊຸມ​ກະກຽມ​ການ​ຜັນ​ຂະຫຍາຍ​ຮູບ​ແບບ​ກວດກາປະຕູ​ດຽວ)


(vovworld) – ຕອນ​ບ່າຍ​ວັນ​ທີ 13/11, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ລະຫວ່າງ​ຂະ​ແໜງກະກຽມ​ໃຫ້ການ​ຜັນ​ຂະຫຍາຍ​ຮູບ​ແບບ​ປະຕູ​ດຽວ, ຢູ່​ດ່ານ​ຊາຍ​ແດນ ລາວ​ບາ​ວ (ກວາງ​ຈີ້) - ສະຫວັນ​ນະ​ເຂດ (ລາວ), ຄາດ​ວ່າ ຈະ​​ເລີ່​ມປະຕິບັດ​ທົດ​ລອງ​ໃນ​ວັນ​ທີ 01/01/2015. ທີ່​ກອງ​ປະ​ຊຸມ, ທ່ານ​ຮອງ​ນາຍົກລັຫດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃສ່​​ໃຈ​ແຂວງກວາງ​ຈີ້, ບັນດາ​ກະຊວງ, ຂະ​ແໜງ​ການຕ້ອງ​ຜັນ​ຂະຫຍາຍ​ຢ່າງ​ຂ້ຽວ​ຂາດ ​ແລະ ຄົບ​ຊຸດ​ກັບ​ບັນດາ​ຂອດ​​ກົດໝາຍ, ພື້ນຖານ​ໂຄງ​ລ່າງ ​ເພື່ອ​ບັນລຸ​ແຜນການ​ທີ່​ໄດ້​ວາງ​ອອກ. ພິ​ເສດ, ​ແຂວງ​ກວາງ​ຈີ້ ຕ້ອງ​ຍົກ​ສູງ​ຈິດ​ໃຈ​ເປັນ​ເຈົ້າ​ການ, ສືບ​ຕໍ່​ປັບປຸງ​ບັນດາ​​ແບບ​ວິທີ, ຈັດ​ແບ່ງ​ໜ້າ​ພຽງ​ໃຫ້​ເຂດ​ກວດກາ​ລວມ. ບັນດາ​ກະຊວງ, ຂະ​ແໜງ​ການ​ຕ້ອງ​ໃກ້ຊິດ​ຕິດ​​ແທດ, ພິຈາລະນາແກ້​ໄຂ​ຄວາມ​ຕິດ​ຄັດທີ່​ເກີດ​ຂຶ້ນຢ່າງ​ເປັນ​ທາງ​ການ, ມານະ​ພະຍາຍາມ​ແລກປ່ຽນ​ກັບ​ຝ່າຍ​ລາວ ​ເປັນ​ເອກະ​ພາບຕໍ່​ແບບ​ຟອມໃບ​ແຈ້ງ​ລວມ. ຜັນ​ຂະຫຍາຍ​ຮູບ​ແບບປະຕູ​ດຽວ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້​ຄົນ ​ແລະ ສິນຄ້າ​ໄປມາ, ​ແຕ່​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຕ້ານ​ການ​ຄ້າ​ເຖື່ອນ, ສໍ້​ກົງ​ການ​ຄ້າ, ຕ້ານ​ອາດຊະຍາ​ກຳ​ຄ້າ​ຂາຍ​ຢາ​ເສບ​ຕິດ​ຈາກ​ລາວ​ ມາ​ຫວຽດນາມ ​ແລະ ຄ້າຂາຍ​ມະນຸດຜ່ານ​ດານ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ