ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານວາລະປະຊຸມຄັ້ງທີ 4 ຄະນະຊີ້ນຳການປ່ຽນໃໝ່ຍົກສູງການກວດສອບຍຸຕິທຳ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານວາລະປະຊຸມຄັ້ງທີ 4 ຄະນະຊີ້ນຳການປ່ຽນໃໝ່ຍົກສູງການກວດສອບຍຸຕິທຳ - ảnh 1
(ວາລະ​ປະຊຸມ​ຄັ້ງ​ທີ 4 ຄະນະ​ຊີ້​ນຳ​ການປ່ຽນ​ໃໝ່​ຍົກ​ສູງການກວດ​ສອບຍຸຕິ​ທຳ)

(vovworld) – ຕອນ​ເຊົ້າ​ວັນ​ທີ 6/3, ທີ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ຄັ້ງ​ທີ 4 ຄະນະ​ຊີ້​ນຳ​ ​ປະຕິບັດ​ແຜນ​ຮ່າງ “ການ​ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ປະ​ສິດທິຜົນ​ການ​ເຄື່ອນ​ໄຫວກວດ​ສອບດ້ານ​ຍຸຕິ​ທຳ ” ( ​ແຜນ​ຮ່າງ 258).

      ທີ່​ວາລະ​ປະຊຸມ, ຜູ້​ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໄດ້​ສຸມ​ໃສ່​ປຶ​ກ ສາ​ຫາລືບັນດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2015 ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້ ກ່ຽວ​ກັບ​ວຽກ​ງານກວດ​ສອບດ້ານ​ຍຸຕິ​ທຳ, ບັນດາ​ຜູ້​ແທນ​ກໍ່​ຍົກ​ອອກ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​, ຂໍ້​ຈຳກັດໃນ​ການຈັດ​ຕັ້ງ​ຜັນ​ຂະ​ຫຍາ​ຍການ​ປະຕິບັດ​ແຜນ​ຮ່າງ 258 ຢ່າງ​ກົງ​​ໄປກົງ​ມາ.

      ກ່າວ​ຄຳ​ເຫັນ​ສະຫລຸບ​ວາລະ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິບັດ​ແຜນ​ຮ່າງ “ການ​ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ປະ​ສິດທິຜົນ​ການ​ເຄື່ອນ​ໄຫວກວດ​ສອບດ້ານ​ຍຸຕິ​ທຳ” ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ປະຕິບັດ​ບັນດາ​ໜ້າ​ທີ່​ຂອງ​ແຜນ​ຮ່າງ​ດັ່ງກ່າວ​ຕາມ​ແຜນການ​ຂອງ​ລັດຖະບານ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການທີ່​ບັງຄັບ, ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ຄະນະພັກ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນທຸກ​ຂັ້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຕ້ອງ​ກວດກາ​ຄືນ​ເພື່ອ​ກຳນົດ​ບັນດາ​ໜ້າ​ທີ່​ລະອຽດ, ​ເຊິ່ງ​ໄດ້​ຮັບ​ການ​ມອບ​ໝາຍ​ຕາມ​ແຜນ​ຮ່າງ, ສຸມ​ໃສ່​ປະຕິບັດ​ການກວດ​ສອບ, ຮັບ​ໃຊ້​ໃຫ້​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ບໍ່​ປະ​ໃຫ້​ຄ້າງ​ໄວ້​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ວຽກ​ງານ​ດຳ​ເນີນ​ຄະດີ. ພ້ອມ​ທັງ​ສະ​ເໜີ​ສ້າງ​ຕັ້ງ​ອົງການ​ ກວດ​ສອບດ້ານ​ຍຸຕິ​ທຳຂອງ​ລັດ​ໃນ​ບັນດາ​ຂົງ​ເຂດ​ທີ່​ຈຳ​ເປັນ, ສົ່ງ​ເສີມ​ການ​ສ້າງ​ຕັ້ງ​ຫ້ອງການ ກວດ​ສອບດ້ານ​ຍຸຕິ​ທຳ​ໃນ​ຂົງ​ເຂດ​ຕ່າງໆ​ຕາມ​ຂໍ້​ຕົກລົງ​ຂອງ​ກົດໝາຍ​ວ່າ​ດ້ວຍ​ກວດ​ສອບ ດ້ານ​ຍຸຕິ​ທຳ.

ຂ່າວ/ບົດ​ອື່ນ