ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ເລີມດົ່ງ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ເລີມດົ່ງ - ảnh 1
ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ

(vovworld) - ຕອນ​ເຊົ້າ​ວັນ​ທີ 16/9, ຢູ່​ນະຄອນ ດ່າ​ລາ​ດ, ​ແຂວງ ​ເລີມ​ດົ່ງ, ຄະນະ​ປະຕິບັດ​ງານ​ເຊິ່ງລວມມີ: ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂັ້ນສູນ​ກາງ, ຄະນະ​ຊີ້​ນຳ​ເຂດ​ໄທ​ງວຽນ ​ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ນຳ​ໜ້າ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ເລີມ​ດົ່ງ ກ່ຽວ​ກັບ​ສະພາບ​ກາ​ນພັດທະນາ​ເສ​ດຖະກິດ - ສົງ​ຄົມ, ວຽກ​ງານ​ປ້ອງ​ກັນ ​ແລະ​ ຕ້ານ AIDS ​ແລະ ຢາ​ເສບ​ຕິດ, ​ໂສ​ເພນີ, ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມປອດ​ໄພ​ທາງ​ຄົມມະນາຄົມ​ຢູ່​ທ້ອງ​ຖີ່​ນ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ສຸ້ຊົນຂອງ ຄະນະ​ພັກ, ອຳ​ນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ​ເລີມ​ດົ່ງ ​ໃນ​ຫຼາຍ​ຂົງ​ເຂດ, ພົ້ນ​ເດັ່ນ​ແມ່ນ​ຂົງ​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ, ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ພັດທະນາ​ການທ່ອງທ່ຽວ. ກ່ຽວ​ກັບ​ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ ​ເລີມ​ດົ່ງ ກວດກາ​ຄືນ​ບັນດາຕົວ​ເລກ​ຄາດໝາຍ, ​ແຜນການ​ຂອງ​ປີ ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ຄົບ​ຖ້ວນ ​ແລະ ຮອບດ້ານ, ຈັດ​ຕັ້ງ​ປະຕິບັດ​ບັນດາ​ມະຕິ​ຂອງ​ລັດຖະບານ​ຢ່າງ​ເຂັ້ມ​ງວດ, ພິ​ເສດ​ແມ່ນ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​ໃຫ້​ແກ່​ວິ​ສາ​ຫະກິດ.

 

 

ຂ່າວ/ບົດ​ອື່ນ