ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງຈ່າວິງ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງຈ່າວິງ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຮັດ​ວຽກ​ຢູ່​ແຂວງ​ຈ່າ​ວິ​ງ
(ພາບ: chinhphu.vn)


(vovworld) –  ວັນ​ທີ 11/08, ຄະນະ​ປະຕິບັດ​ງານ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານ​ຕຸ​ລາ​ການ​ສູນ​ກາງ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຮອງ​ຫົວ​ໜ້າຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານ​ຕຸ​ລາ​ການ​ສູນ​ກາງນຳ​ໜ້າ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ​ຈ່າ​ວິ​ງ ກ່ຽວ​ກັບ​ສະພາບ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຂໍ້​ສະຫຼຸບ​ຂອງ​ກົມ​ການ​ເມືອງ “ກ່ຽວ​ກັບ​ເລື່ອງ​ສືບ​ຕໍ່ປະຕິບັດ​ຍຸດ​ທະ​ສາ​ດປະຕິ​ຮູບ​ດ້ານ​ຕຸ​ລາ​ການ​ຮອດ​ປີ 2020”. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວຍ​ຟຸກ ໄດ້​​ເອົາ​ໃຈ​ໃສ່ຄະນະ​ພັກ​ແຂວງ​ຈ່າ​ວິ​ງ ຄວນ​ສຸມ​ໃສ່​ວຽກ​ງານ​ຊີ້​ນຳ, ນຳພາ​ສຳລັບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຕຸລາການກວ່າ​ອີກ. ຈ່າ​ວິ​ງ ຕ້ອງ​ເສີມ​ຂະຫຍາຍ​ບົດ​ບາດ​ຕິດຕາມ​ກວດກາ​ຂອງ​ສະພາ​ປະຊາຊົນ, ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ ສຳລັບ​ການ​ເຄື່ອນ​ໄຫວ​ດ້ານ​ຕຸລາການ​ກວ່າ​ອີກ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ ຢູ່ວິຫານບູຊາ​ປະທານ​ໂຮ່ຈິ​ມິນ ຢູ່​ນະຄອນ​ຈ່າ​ວິງ; ຢ້ຽມຢາມ​ໂຮງງານ​ຜະລິດຖ່ານ ຂອງ​ບໍລິສັດ​ຫຸ້ນ​ສ່ວນ ຈ່າ​ບັ໋ກ.

ຂ່າວ/ບົດ​ອື່ນ