ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງເຊີນລາ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງເຊີນລາ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກຢູ່ແຂວງເຊີນລາ
(ພາບ: VGP)


(vovworld) – ຕອນ​ບ່າຍ​ວັນ​ທີ 04/04, ຢູ່​ເມືອງ ​ໂມກ​ເຈົາ, ​ແຂວງ​ເຊີນ​ລາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັນ​ຄະນະ​ປະຕິບັດ​ງານ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ແຂວງ​ເຊີນ​ລາ ກ່ຽວ​ກັບ​ສະພາບ​​ການພັດທະນາ​ເສດຖະກິດ, ສັງຄົມ, ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ​ໄພ​ສັງຄົມ​ໃນ​ບໍລິ​ເວັນ​ແຂວງ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ​ເຊີນ​ລາ ​ໃນ​ການ​ພັດທະນາ​ເສດຖະກິ​ດສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ປ້ອງ​ກັນ, ຕ​້ານອາດຊະຍາ​ກຳ ​ໄດ້​ມີ​ການ​ຫັນປ່ຽນ​, ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຄືນ​ໃໝ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ພິຈາລະນາ ​ເພີ່ມບັນດາແຫຼ​່ງທຶນ​ເພື່ອ​ຜັນ​ຂະຫຍາຍ​ບາງ​ໂຄງການ​ຂຶ້ນ​ກັບ​ແຫຼ່ງທຶນ​ຫາ​ກໍ່​ເກີດ​​ໃໝ່; ສຸມ​ໃສ່​ແຫຼ່ງຊັບພະຍາກອນ​ມະນຸດ​ເພື່ອ​ຜັນ​ຂະຫຍາຍ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ພິ​ເສດ​ແມ່ນອາດຊະຍາ​ກຳ​ຢາ​ເສບ​ຕິດ; ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການບໍລິຫານ, ສູ້​ຊົນ​ຍົກ​ສູງດັດ​ສະ​ນີ​ແກ່ງ​ແຍ້​ງ, ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ບັນດາ​ນັກ​ລົງ​ທຶນ, ດຶງ​ດູດ​ທຸກ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຂວງ.
ຂ່າວ/ບົດ​ອື່ນ