ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ແຂວງ ເຊີນລາ ຄວນເອົາໃຈໃສ່ ປະຕິບັດນະໂຍບາຍຊົນເຜົ່າ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ແຂວງ ເຊີນລາ ຄວນເອົາໃຈໃສ່ ປະຕິບັດນະໂຍບາຍຊົນເຜົ່າ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ
​ເຮັດ​ວຽກກັບ​ຜູ້ການນຳແຂວງ ​ເຊີນ​ລາ
(ພາບ: VGP)


(vovworld) - ວັນ​ທີ 14/1,​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ, ຫົວໜ້າຄະນະ​ຊີ້ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ໄດ້​ນຳໜ້າ​ຄະນະ​ປະຕິບັດ​ງານ​ສູນ​ກາງ​, ​ເຮັດ​ວຽກກັບ​ຜູ້ການນຳແຂວງ ​ເຊີນ​ລາ ກ່ຽວກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ,​ ການປະຕິບັດນະ​ໂຍບາຍ​ຊົນ​ເຜົ່າ ​ແລະ ວຽກງານ​ຄວບ​ຄຸມ​ຢາ​ເສບ​ຕິດ​ໃນ​ແຂວງ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ເນັ້ນໜັກວ່າ​ພ້ອມ​ກັບ​ການໜູນຊ່ວຍ​ຈາກ​ສູນ​ກາງ, ​ເຊີນ​ລາ ຕ້ອງ​ເສີມ​ຂະຫຍາຍ​​ທ່າ​ແຮງ​ຂອງ​ຕົນກໍ່​ຄື ກຳລັງ​ແຮງລວມຂອງ​ບັນດາ​ພາກສ່ວນ​ເສດຖະກິດ​ຢ່າງ​ແຮງ​ໃຫ້​ແກ່​ການ​ພັດທະ​ນາ​ເສດຖະກິດ - ສັງຄົ​ມ. ແຂວງ​ ເຊີນ​ລາ ຄວນເອົາ​ໃຈ​ໃສ່​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າຂອງ​ພັກ, ລັດ, ຕ້ອງ​ມີ​ບັນດາ​ວິທີ​ແກ້​ໄຂ​ຢ່າງ​ຕັ້ງໜ້າ, ມີ​ປະສິດທິ​ຜົນ​ໃນ​ການ​ລົບ​ລ້າງ​ຄວາມທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ຊອກຫຼີກ, ​ເຂດ​ຊົນ​ເຜົ່າ. ແຂວງ​ ເຊີນ​ລາ ກໍ່​ຄວນ​ເພີ່ມ​ທະວີ​​ໃນການປາບ​ປາມອາ​ຊະ​ຍາ​ກຳປະ​ເພດ​ຕ່າງໆ, ພິ​ເສດ​ແມ່ນອາ​ຊະ​ຍາ​ກຳ​ຊື້ຂາຍຢາ​ເສບ​ຕິດ​ເພາະວ່າ​​ ເຊີນ​ລາ​ ແມ່ນແຂວງມີ​​ເສັ້ນຊາຍ​ແດນ​ຕິດ​ກັບ​ຕ່າງປະ​ເທດດັ່ງນັ້ນ​ບັນດາເປົ້າໝາຍອາ​ຊະ​ຍາກຳ​ເຄີຍສວຍ​ໂອກາດ​ເພື່ອ​ຂົນ​ສົ່ງ, ຊື້ຂາຍ, ສະ​ສົມ​ຢາ​ເສບ​ຕິດ​, ​ເຮັດ​ໃຫ້​ຂາດ​ຄວາມ​ສະຫງົບ - ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃນ​ສັງຄົມ.

ຂ່າວ/ບົດ​ອື່ນ