ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກຈະ ຕອບ​ຄຳ​ຊັກ​ຖາມ


 ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກຈະ ຕອບ​ຄຳ​ຊັກ​ຖາມ - ảnh 1

(ພາບປະກອບ: VGP/Nhật Bắc)

(vovworld)- ຕາມ​ບັນຊີ​ລາຍ​ຊື່​ໂດ​ຍທ່ານ​ຫງວຽນ​ແຮ້ງ​ຟຸກ ປະທານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ປະກາດ​ໃນ​ວັນ​ທີ 6/6, ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ສະມາຊິກຂອງ​ລັດຖະບານ ​4 ທ່ານ​ ເຂົ້າຮ່ວມ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ​ແມ່ນ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ດິງຕຽນ​ຢຸງ, ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຟ້າ​ມຫວູ້ລ້ວນ, ທ່ານ​ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ​ຮ່າ​ຮຸ່ງ​ເກື່ອງ ​ແລະ ທ່ານ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ ຮິງ​ຟອງ​ແຈງ. ພ້ອມ​ກັບ​ບັນດາ​ທ່ານ​ລັດຖະມົນຕີ, ທ່ານ ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ຈະ​ກ່າວ​ຄຳ​ເຫັນ​ສັງ​ລວມ ພ້ອມ​ທັງ​ຕອບ​ຄຳ​ຊັກ​ຖາມ​ໂດຍ​ກົງ. ທ່ານ​ຫງວຽນ​ແຮ້ງ​ຟຸກ ​ໃຫ້​ຮູ້​ວ່າ:

  “ພວກ​ຂ້າ​ພະເຈົ້າມີ 3 ຫຼັກການ​ເລືອກ​ເຟັ້ນສະມາຊິກ​ຕອບ​ຄຳ​ຊັກ​ຖາມ. ທີ 1 ​ແມ່ນ​ທ່ານ​ລັດຖະມົນຕີ​ທີ່​ໄດ້​ຮັບ​ຄຳ​ເຫັນ​ຈາກ ສສຊ ຫຼາຍ​ທ່ານ, ​ໄດ້​ຮັບ​ຫຼາຍ​ບັນຫາ​ສ່ອງ​​ແສງຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບ​ຂົງ​ເຂດ​ຕົນ​ຮັບຜິດຊອບ. ທີ 2 ​ແມ່ນ​ທ່ານ​ລັດຖະມົນຕີ​ທີ່​ບໍ່​ທັນ​ມີ​ເງື່ອນ​ໄຂ​ຕອບ​ຄຳ​ຊັກ​ຖາມ​ນັບ​ແຕ່​ຕົ້ນອາຍຸ​ການ. ທີ 3 ​ແມ່ນ​ຂົງ​ເຂດ​ຕອບ​ຄຳ​ຊັກ​ຖາມ​ແມ່ນ​ຕ້ອງ​ປອງດອງ​ລະຫວ່າງ​ເສດຖະກິດ, ສັງຄົມ ​ແລະ ຕຸລາການ

   ຕາມ​ແຜນການ, ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຈະ​ດຳ​ເນີນ​ແຕ່​ຕອນ​ບ່າຍ​ວັນ​ທີ 10/6 ​ເຖິງ​ວັນ​ທີ 12/6./.

ຂ່າວ/ບົດ​ອື່ນ