ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກພົບປະ ກັບການນຳສະພາ ແຫ່ງຊາດຍີ່ປຸ່ນ


ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກພົບປະ ກັບການນຳສະພາ ແຫ່ງຊາດຍີ່ປຸ່ນ - ảnh 1

(ພາບ: news.go.vn )

(vovworld) –​​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ, ຕອນ​​ເຊົ້າວັນ​ທີ 9/10, ທ່ານຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ​ ໄດ້ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ສູງ​ຍີ່ປຸ່ນ Yamazaki Masaaki ​ແລະ ທ່ານ​ປະທານ​ສະພາ​ຕຳ​ຍີ່ປຸ່ນ Ibuki Bunmei. ທີ່​ບັນດາ​ການ​ພົບ​ປະ, ທ່ານຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ຢືນຢັນ​ວ່າ ຍາມ​ໃດ​ຫວຽ​ດນາມ ກໍ່​ຖື​ການ​ພັດທະນາ​ການ​ພົ​ວພັນ​ມິດຕະພາບ, ການ​ຮ່ວມ​ມຶ​ຮອບດ້ານກັບຍີ່ປຸ່ນ ​ເປັນ​ສຳຄັນ, ຖື​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ. ທ່ານ​ປາດ​ຖະໜາ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ​ແລະ ກໍ່​ໃນ​ວັນ​ທີ 9/10, ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ໄດ້ພົບ​ປະ​ກັບ​ທ່ານນາງ Yuko Obuchi ​ລັດຖະມົນຕີ​ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຍີ່ປຸ່ນ./.

ຂ່າວ/ບົດ​ອື່ນ