ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກອວຍ ພອນບັນດາ​ກົມ​ກອງ ​ສັງກັດກະຊວງ​ຕຳຫຼວດ


ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກອວຍ ພອນບັນດາ​ກົມ​ກອງ ​ສັງກັດກະຊວງ​ຕຳຫຼວດ - ảnh 1

 (ພາບ: vov)

(vovworld) –​​​ຕອນ​ບ່າ​ຍວັນ​ທີ 18/8, ຢູ່​ຮ່າ​ໂນ້ຍ, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບ​ກົມ​ຕຳຫຼວດ​ສືບສວນ​ອາດຊະຍາ​ກຳ​ກ່ຽວ​ກັບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ (C45), ກົມ​ຕຳຫຼວດສືບສວນ​ອາດຊະຍາ​ກຳ​ກ່ຽວ​ກັບຢາ​ເສບ​ຕິດ (C47) ​ແລະ ກົມ​ຄຸ້ມ​ຄອງ​ການ​ເຂົ້າອອກ​ເມືອງ (A72), ສັງກັດ​ກະຊວງ​ຕຳຫຼວດ​ຫວຽ​ດນາມ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ​ພະນັກງານ, ນັກຮົບ C45 ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຫລັກ​ແຫຼ່ງ, ຊີ້​ນຳ, ສົມທົບ​ກັບ​ຕຳຫຼວດ​ບັນດາ​ກົມ​ກອງ​ທ້ອງ​ຖິ່ນ; ສືບ​ຕໍ່​ປະຕິບັດ​ວຽກງານ​ວິຊາ​ການ​ພື້ນຖານ​ເປັນ​ຢ່າງ​ດີ…​ທ່ານ​ໄດ້​ຊົມ​ເຊີຍ ​ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ພະນັກງານ, ນັກຮົບ C47, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ C47 ຕ້ອງ​ເປັນ​ເຈົ້າການ​ສົມທົບ​ກັບ​ບັນດາ​ກຳລັງ​ພາສີ, ຕຳຫຼວດ​ທະ​ເລ, ທະຫານ​ປ້ອງ​ກັນຊາ​ຍ​ແດນ​ຄວບ​ຄຸມ​ເຂດ​ຊາຍ​ແດນ, ດ່ານຊາຍ​ແດນ​ຢ່າງ​ແໜ້ນ​ແຟ້ນ….ທີ່​ການ​ເຮັດ​ວຽກ​ກັບ​ຫົວໜ້າກົມ​ຄຸ້ມ​ຄອງ​ການ​ເຂົ້າອອກ​ເມືອງ, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ປາດ​ຖະໜາ​ວ່າ​ກົມ​ກອງ​ຈະ​ປະຕິບັດ​ວຽກງານ​ປ້ອງ​ກັນ, ສະກັດ​ກັ້ນ, ຕໍ່ສູ້ ​ແລະ ​ແກ້​ໄຂ​ບັນດາ​ການກະທຳລະ​ເມີດ​ກົດໝາຍ​ຫວຽດນາມ ກ່ຽວ​ກັບ​ການ​ເຂົ້າອອກ​ເມືອງຢ່າງ​ທັນ​ການ, ປະຕິບັດ​ບັນດາ​ໜ້າ​ທີ່​ເປັນຢ່າງ​ດີ, ປະກອບສ່ວນ​ຮັບປະກັນ​ຕວາ​ມສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ປະ​ເທດ​ຊາດ./.

ຂ່າວ/ບົດ​ອື່ນ