ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມ ພິທີສະຫລຸບງານ ແຂ່ງຂັນສີມືແຮງງານ ອາຊຽນຄັ້ງທີ 10


ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມ ພິທີສະຫລຸບງານ ແຂ່ງຂັນສີມືແຮງງານ ອາຊຽນຄັ້ງທີ 10 - ảnh 1

(ພາບ: vov)

 (vovworld)- ຕອນ​ຄ່ຳວັນ​ທີ 28/11, ຢູ່​ໂຮງ​ລະຄອນ​ໃຫ່ຍຮ່າ​ໂນ້ຍ, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ໄດ້​ຈັດພິທີ​ສະຫລຸບ​ງານ​ແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນຄັ້ງທີ 10. ນະ​ທີ່​ນີ້, ທ່ານຮ​ອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຢືນຢັນ​ວ່າ​ງານ​ແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນຄັ້ງທີ 10 ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ອັນ​ໄດ້ສະ​ແດງ​ໃຫ້​ເຫັນວິທີ​ສອນ​ວິຊາ​ຊີບ​ຂອງ​ຫວຽດນາມ ມີ​ຄວາມ​ກ້າວໜ້າ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ເພື່ອນ​ມິດສາ​ກົນ; ຈາກ​ນັ້ນຊຸ​ກຍູ້​ຄະນະນາ​ຍຊ່າງ​ຫວຽດ ນາມ ບັນລຸ​ໄດ້ຜົນ​ງານ​ສູງ​ກ່ວາ​ໃນ​ງານ​ແຂ່ງຂັນ​ຄັ້ງຕໍ່​ໄປ.

 ງານ​ແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນຄັ້ງທີ 10 ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 19-29/11/2014 ດ້ວຍ 25 ອາຊີບ ​ໂດຍ​ມີການ​ເຂົ້າຮ່ວມ​ຂອງນາຍ​ຊ່າງ 283 ຄົ​ນ, ຜູ້​ຊ່ຽວຊານ 192 ຄົນ ​ແລະ ບັນດາ​ນັກ​ສັງ​ເກດ​ການ​ມາ​ຈາກ 10 ປະ​ເທດ​ອາ​ຊຽນ. ຄະນະ​ນາຍ​ຊ່າງ ຫວຽດນາມ ​ຍາດ​ໄດ້ຫຼຽນ​ຄຳ 20 ຫຼຽນ, ຫຼຽນ​ເງິນ 7 ຫຼຽນ, ຫຼຽນ​ທອງ 7 ຫຼຽນ, ​ໄດ້​ຮັບ​ລາງວັນ​ທີ 1 ທົ່ວ​ຄະ​ນະ./.

ຂ່າວ/ບົດ​ອື່ນ