ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ຕ້ອນຮັບປະທານອົງ ການກວດກາ ແລະ ກວດສອບ ສ.ເກົາຫຼີ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ຕ້ອນຮັບປະທານອົງ ການກວດກາ ແລະ ກວດສອບ ສ.ເກົາຫຼີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​ເຍິນ
​ຕ້ອນຮັບປະທານ​ອົງການ​ກວດກາ ​ແລະ ກວດ​ສອບ ສ.​ເກົາຫຼີ
(ພາບ: chinhphu.vn)


(vovworld) -     ວັນ​ທີ 24/11, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​​ເຍິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Kun Yang, ປະທານ​ອົງການ​ກວດກາ ​ແລະ ກວດ​ສອບ ສ.​ເກົາຫຼີ. ທີ່​ການ​ຕ້ອນຮັບ, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​ເຍິນ ​ແລະ ທ່ານ Kun Yang, ປະທານ​ອົງການ​ກວດກາ ​ແລະ ກວດ​ສອບ​ ສ.​ເກົາຫຼີ ​ໄດ້​ພ້ອມ​ກັນ​ແບ່ງປັນ​ບົດຮຽນ​ຂອງ​ແຕ່ລະ​ປະ​ເທດ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ແກ້​ໄຂ​ການ​ຮ້ອງທຸກ ກ່າວ​ຟ້​ອງ, ບຳລຸງ​ສ້າງ​ ​ແລະ ຍົກ​ສູງຄວາມ​ສາມາດ​ໃຫ້​ພະນັກງານ​ກວດກາ ​ແລະ ບັນດາ​ສະມາຊິກ​ວົງ​ການກວດ​ສອບ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​ເຍິນ  ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຫວຽດນາມ ​ແລະ ສ.​ເກົາຫຼີ ມີ​ຄວາມ​ຄ້າຍຄື​ກັນ​ກ່ຽວ​ກັບ​ດ້ານ​ວັດທະນະທຳ ​ແລະ ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຮ່ວມ​ມື​ທີ່​ໃຫຍ່​ຫຼວງ. ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ດີ ​ເພື່ອ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂ​ດທີ່​ນັບ​ມື້​ນັບ​​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ​ກວ່າ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​​ເຍິນ ຫວັງ​ວ່າ ສອງຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ແລກປ່ຽນ​ບົດຮຽນ​ວຽກ​ງານ ​ແລະ ຮ່ວມ​ມື​ໃນ​ການ​ບຳລຸງ​ສ້າງ​ພະນັກງານ.

        ກ່ອນ​ໜ້າ​ນັ້ນ, ທ່ານ ດິງ​ຕ໋ຽນ​ຢຸ້ງ ຫົວໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງອົງການ​ກວດກາ ​ແລະ ກວດ​ສອບ​ສ.​ເກົາຫຼີ ​ໂດຍທ່ານປະທານ Kun Yang ນຳ​ນ້າ.

ຂ່າວ/ບົດ​ອື່ນ