ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢ້ຽມຢາມ ຫໍພິພິທະພັນ 2 ແຫ່ງຢູ່ ຮ່າໂນ້ຍ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢ້ຽມຢາມ ຫໍພິພິທະພັນ 2 ແຫ່ງຢູ່ ຮ່າໂນ້ຍ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ

(vovworld) - ຕອນ​ບ່າຍ​ວັນ​ທີ 27/12, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​​ໄດ້​​ໄປ​ຢ້ຽມຢາມຫໍພິພິທະ​ພັນ​ໄຊຊະນະ B52 ​ແລະ ຫໍພິພິທະ​ພັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ, ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​​ໄຊຊະນະ​ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ. ​ເມື່ອ​ມາ​ຢ້ຽມຢາມ​ຫໍພິພິທະ​ພັນ​ໄຊຊະນະ B52, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຕັກ​ເຕືອນ​ການ​ນຳ​ຫໍພິພິທະ​ພັນ​ເອົາ​ໃຈ​ໃສ່​ເຖິງ​ການ​ແປ​ພາສາ​ໃນ​ການ​ຕ້ອນຮັບ​ແຂກ​ສາກົນ ​ເພື່ອ​ໃຫ້​ເຂົາ​ເຈ​ົ້າ​ມີ​ຄວາມເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​​ກ່ຽວ​ກັບ​ໄຊຊະນະ​ພິລະ​ອາດ​ຫານ​ນີ້. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ:

“ກ່ອນ​ນີ້ 40 ປີ​​ເຕັມ, ​ໃນ​ວັນ​ທີ 27/12, ກອງທັບ ​ແລະ ປະຊາຊົນ​ນະຄອນຫຼວງ ຮ່າ​ໂນ້ຍ ​ໄດ້​ຜ່ານ​ຜ່າ​ຄວາມ​ເຈັບ​ປວດ, ຕັດສິນ​ໃຈ​ຕໍ່ສູ້​ຕ້ານ​ສັດ​ຕຸ​ຜູ້​ຮຸກ​ຮານ ອາ​ເມ​ລິ​ກາ, ​ເຊື່ອ​ໝັ້ນຕໍ່​ໄຊຊະນະ​ຂອງ​ຊາດ​ຫວຽດນາມ, ຍິງເຮືອບິນ B52 ​ຕົກ​ຫຼາຍ​ລຳ ​ແລະ ທັບ​ມ້າງ​​ເຈດ​ຈຳນົງ​ຮຸກ​ຮານ​ຂ​ອງ ອາ​ເມ​ລິ​ກາ, ບັງຄັບ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ເຊັນ​ສັນຍາ ປາຣີ. ບັນດາ​ບຸກຄົນ​ທີ່​ໄດ້​ຮັບ​ການ​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ໃນ​ໄລຍະ​ນັ້ນ, ບັນດາ​ຊາວ​ໜຸ່ມ​ຫວຽດນາມ ​ໃນ​ປະຈຸ​ບັນ ຍາມ​ໃດ​ກໍ່​ຈົດ​ຈຳ​ໄຊຊະນະ​ປະຫວັດສາດ ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ ​ແລະ ຈະ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຕໍ່ສູ້​ໃຫ້​ສົ​ມກັບ​ມູນ​ເຊື້ອ​ອັນ​ພິລະ​ອາດ​ຫານ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ຂອງ​​ຊາດ”

ຈາ​ກ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມ​ຢາມ​ຫໍພິພິທະ​ພັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ, ​ແຫ່ງ​ທີ່​ພວມ​ດຳ​ເນີນ​ງານ​ວາງສະ​ແດງ​ທີ່​ມີ​ຫົວ​ຂໍ້​ກ່ຽວ​ກັບ “ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ”. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຫວັງ​ວ່າ ງານ​ວາງສະ​ແດງ​ຈະ​ແກ່ຍາວ​ຮອດ​ບຸນປີ​ໃຫມ່ປະຈຳ​ຊາດ ​ເພື່ອ​ຮັບ​ໃຊ້​​ໃຫ້​ແກ່ແຂກ​ສາກົນ​ມາ​ຢ້ຽມຢາມຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ