ຮອງນາຍົກລັດຖະມົນຕີ ຫງວຽນທຽນເຍີນ ຢ້ຽມຢາມສະຫະພັນ ລັດເຊຍ

ຮອງນາຍົກລັດຖະມົນຕີ ຫງວຽນທຽນເຍີນ ຢ້ຽມຢາມສະຫະພັນ ລັດເຊຍ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນທຽນ​ເຍີນ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນຈາກ​ທ່ານ​ຮອງ​ນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Olga Golodet, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນທຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລັດ​ເຊຍ ​ແຕ່​ວັນ​ທີ 14 – 18 ກັນຍາ. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ສຶກສາ​ບຳລຸງ​ສ້າງ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຍີນ ຈະ​ມີ​ການ​ເຈລະຈາ​ກັບ​ທ່າ​ນຮອງ​ນາຍົກລັດຖະມົນຕີລັດ​ເຊຍ Olga Golodet; ​ເຂົ້າ​ຢ້ຽມ​ຂໍ່ານັບ​ການ​ນຳ​ຂັ້ນ​ສູງ​ສະຫະພັນ​ລັດ​ເຊຍ ​ແລະ ຢ້ຽມຢາມ​ບາງ​ຮາກ​ຖານການ​ສຶກສາ, ບຳລຸງ​ສ້າງ​ຂອງ​ລັດ​ເຊຍ; ພົບ​ປະ​ກັບ​ຜູ້​ຕ່າງ​ໜ້າ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລັດ​ເຊຍ.

ຂ່າວ/ບົດ​ອື່ນ