ຮອງນາຍົກລັດຖະມົນຕີ ຫງວຽນທຽນເຍີນ ເຮັດວຽກຢູ່ແຂວງ ລາຍເຈົາ

ຮອງນາຍົກລັດຖະມົນຕີ ຫງວຽນທຽນເຍີນ ເຮັດວຽກຢູ່ແຂວງ ລາຍເຈົາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທຽນເຍີນ
 ​ເຮັດ​ວຽກ​ຢູ່ແຂວງ​ລາຍ​ເຈົາ
(ພາບ: chinhphu.vn)


(vovworld) – “​ເພື່ອ​ພັດທະນາ​ເສດຖະກິດ, ລົບລ້າງຄວາມ​ອຶດ​ຫິວ​ຢ່າງ​ໝັ້ນຄົງ, ລາຍ​ເຈົາ ຕ້ອງ​ກຳ​ນົດບັນດາ​ຮູບ​​ແບບ​ເສດຖະກິດ​ຕົ້ນ​ຕໍ່, ພັດທະນາ​ຂະ​ແໜງ​ກະສິກຳ​ຕິດ​ພັນ​ກັບຜະລິດ​ຕະພັນ​ຂອງ​ທ້ອງ​ຖິ່ນ” ນີ້​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທຽນ​ເຍີນ ​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫລັກ​​ແຫ​ລ່ງ​ແຂວງ​ລາຍ​ເຈົາ ​ໃນ​ວັນ​ທີ 07/04. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫງວຽນ​ທຽນ​ເຍີນ ຊີ້​ແຈ້ງວ່າ ລາຍ​ເຈົາ​ ​ແມ່ນ​​ແຂວງພູດ​ອຍທີ່ຕິດ​ກັບຊາຍ​ແດນຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ​ເພາະສະ​ນັ້ນ, ​ແຂວງຕ້ອງ​ເອົາ​ໃຈ​ໃສ່​ປະຕິບັດ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ​​​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ຢູ່​ເຂດ​ຫ່າງ​​ໄກຊອກ​ຫລີກ​​ເປັນ​ຢ່າງ​ດີ ​ແລະ ​ເອົາ​ໃຈ​ໃສ່​ຮັບປະກັນ​ຄວາ​ມສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ - ສັງຄົມ​ເຂດ​ຊາຍ​ແດນ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນທຽນ​ເຍີນ ​ເວົ້າ​ວ່າ.

“ຮູບ​​ແບບ​ເກົ່າ​​ແມ່ນ​ ກ້າວ​ຂຶ້ນຈາກ​ທີ່​ດິນ ​ແລະ ທຶນ, ​ແຕ່ທີ່ດິນ​ສະຫງວນ​ໃຫ້​ແກ່ກະ​ສິກຳຖືກ​ຈຳກັດ ​ສ່ວນ​ທີ່ດິນ​ສະ​ຫງວນ​ໃຫ້​ປ່າ​​ຍັງ​ມີ​ຢູ່, ພວກ​ຂ້າພະ​ເຈ​ົ້າສະ​ເໜີ​ໃຫ້​ບັນດາ​ສະຫາຍ​ກວດຄືນບັນຫານີ້ເພື່ອ​ຂຸດ​ຄົ້ນ​ທ່າ​ແຮງ​ກ່ຽວ​ກັບ​ທີ່​ດິນ​. ທີ 2 ​ແມ່ນຮູບ​ແບບ​ພັດທະນາ​ຕ້ອງອີ່​ງ​ໃສ່​ແຫ​ລ່ງທຶນຂອງລັດ​ເພື່ອ​ຊຸກຍູ້ຕະຫລາດ. ​ແຕ່​ນີ້​ແມ່ນ​ຮູບ​ແບບ​ເກົ່າ​ກ່ອນ​ນີ້ 20 ປີ​ແລ້ວ, ສ່ວນ​ໃນ 10 ປີ​​ໃກ້ໆ​ນີ້ ພວກ​ເຮົາ​ຕ້ອງ​ມີ​ຄົນ​ງານ​ທີ່​ໄດ້​ຮັບ​ການ​ບຳລຸງ​ສ້າງ ​ແລະ ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ຕ້ອງ​ສ້າງ​ກຳລັງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ທ້ອງ​ຖິ່ນ, ​ເສີມ​ຂະຫຍາຍ​ຂໍ້​ລິ​ເລີ່​ມຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ”.

ຂ່າວ/ບົດ​ອື່ນ