ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບ ຄະນະນັກຂ່າວອາຊຽນ

ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບ ຄະນະນັກຂ່າວອາຊຽນ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີ ຫວູ​ດຶກ​ດາມ
ຕ້ອນຮັບ​ຄະນະການ​ນຳ​ບັນດາ​ນັກ​ຂ່າວ​ອາ​ຊຽນ)

(vovworld) - ຕອນ​ບ່າຍ​ວັນ​ທີ 11/9, ຢູ່​ສຳນັກງານ​ລັດຖະບານ, ທ່ານຮອງ​ນາຍົກລັດຖະມົນຕີ ຫວູ​ດຶກ​ດາມ ​ໄດ້​ໃຫ້ການຕ້ອນຮັບ​ຄະນະການ​ນຳ​ບັນດາ​ນັກ​ຂ່າວ​ອາ​ຊຽນ ​ໂດຍ​ປະທານ​ສະຫະພັນ​ສື່​ມວນ​ຊົນ​ອາ​ຊຽນ (CAJ), ທ່ານ Benny Antirpoda ນຳ​ໜ້າ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານຮອງ​ນາຍົກລັດຖະມົນຕີ ຫວູ​ດຶກ​ດາມ ຕີ​ລາຄາ​ສູງ​ບົດບາດ​ຂອງສະຫະພັນ​ສື່​ມວນ​ຊົນ​ອາ​ຊຽນ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ສະ​ແດງ​ຄວາມ​ປາຖະໜາ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ສື່​ມວນ​ຊົນ​ອາ​ຊຽນ ຈະ​ສືບ​ຕໍ່​ປະກອບ​ສຽງ​ເວົ້າ​ທີ່​ສຳຄັນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ, ​ເພື່ອສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ພິ​ເສດ​ແມ່ນ​ມຸ່ງ​ໄປ​ສູ່​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015. ທ່ານ​ຮອງ​ນາຍົກ​ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ສະມາຄົມ​ນັກ​ຂ່າວ​ຫວຽດນາມ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ ສະຫະພັນ​ສື່​ມວນ​ຊົນ​ອາ​ຊຽນ​ເວົ້າ​ສະ​ເພາະ ​ແລະ ​ໃນ​ໂລກ​ເວົ້າ​ລວມ; ຄຽງ​ຂ້າງ​ນັ້ນ, ຊຸກຍູ້​ການ​ຮ່ວມ​ມື, ສ້າງ​ເງື່ອນ​ໄຂ​ແລກປ່ຽນ​ດ້ານ​ວິຊາ​ການ, ຮຳ່ຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ນຳ້​ໃຈ​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ