ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບ ຄະນະຜູ້ແທນອົງການ Sarbica ແລະ ບັນດາປາຖະກະຖາສາກົນ

ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບ ຄະນະຜູ້ແທນອົງການ Sarbica ແລະ ບັນດາປາຖະກະຖາສາກົນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ
ຕ​້ອນ​ຮັບ​ຄະ​ນະ​ຜູ້​ແທນ​ອົງ​ການ Sarbica
(ພາບ: dangcongsan.vn)

(vovworld)-​​​ ​ ​ທີ່​ການ​ຕ້ອນ​ຮັບຄະ​ນະ​​ຜູ້​ແທນ​ອົງ​ການ Sarbica​ ໃນ​ຕອນ​ບ່າຍວັນ​ທີ 9/9, ທ່ານ​ຮອງ​ນາ​ຍົກລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເນັ້ນ​ໜັກ​ວ່າ: ຄວາມ​ສຳ​ຄັນຂອງ​ອົງ​ການ​​ສຳ​ເນົາ​ເອ​ກະ​ສານ​ແຕ່​ລະ​ປະ​ເທດ​ໃນ​ສະ​ພາບ​ປະ​ຈຸ​ບັນ, ພ້ອມ​ທັງ​ປາດ​ຖະ​ໜາ​ວ່າບັນ​ດາ​ອົງ​ການ​ສຳ​ເນົາ​ເອ​ກະ​ສານສາ​ກົນ​ຈະ​ແລກ​ປ່ຽນ​ບົດ​ຮຽ​ນ​ພຶດ​ຕິ​ກຳ​ຕົວຈິງ ເພື່ອ​ນຳ​ໃຊ້​​ເຂົ້າ​ໃນ​ຄວາມ​​ຮຽກ​ຮ້ອງ​ຂອງ​ສະ​ພາບຕົວ​ຈິງ​ ໃນ​ຂະ​ແໜງ​ສຳ​ເນົາ​ເອ​ກະ​ສານ ຫວຽດ​ນາມ ປະ​ຈຸ​ບັນນີ້, ປະ​ກອບ​ສ່ວນ​ກໍ່​ສ້າງ​ລັດ​ຖະ​ບານເອ​ເລັກ​ໂຕ​ນິກຢູ່ ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຢັ້ງ​ຢືນ​ວ່າ: ລັດ​ຖະ​ບານ​ຈະ​ສືບ​ຕໍ​​ເອົາ​ໃຈ​ໃສ່, ຊີ້​ນຳ​ນຳ​ພາ​ອົງ​ການ​ສຳ​ເນົາ​ເອ​ກະ​ສານ ​ຫວຽດ​ນາມ ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ບັນ​ດາ​ການເຄື່ອນ​ໄຫວ​ວິ​ທະ​ຍາ​ສາດວິ​ຊາ​ການ ຂອງ Sarbica ເພື່ອ​ຍົກ​ສູງ​ບົດ​ບາດ, ທີ່​ຕັ້ງ​ຂອງ​ອົງ​ການສຳ​ເນົາ​ເອ​ກະ​ສານ ຫວຽດ​ນາມ ໃນ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ ແລະ ຫຼາຍ​ຝ່າຍ​ ກັບ ​ອົງ​ການສຳ​ເນົາ​ເອ​ກະ​ສານ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ສາ​ກົນ, ​ຮັກ​ສາສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​​ໃນພາກ​ພື້ນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຫວຽດ​ນາມ.

ຂ່າວ/ບົດ​ອື່ນ