ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 07 ມິຖຸນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າຄົນໃໝ່ຂອງກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ຢູ່ ຫວຽດນາມ. 
ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຊື່ອໝັ້ນວ່າ ດ້ວຍຄວາມສາມາດດ້ານວິຊາສະເພາະ, ບົດຮຽນທີ່ອຸດົມສົມບູນ, ທ່ານນາງຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ UNICEF ໃນບັນດາຄວາມມານະພະຍາຍາມລວມເພື່ອເດັກ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີ UNICEF ໜູນຊ່ວຍ ຫວຽດນາມ ໃນການລະດົມແຫຼ່ງກຳລັງຢ່າງພຽງພໍ, ໝັ້ນຄົງ, ໜູນຊ່ວຍການໃຫ້ຄຳປຶກສາດ້ານນະໂຍບາຍ, ຍົກສູງກຳລັງຄວາມສາມາດໃນການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາອົບຮົມເດັກນ້ອຍຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ