ຮອງນາຍົກລັດຖະມົນຕີ ຫວູດຶກດາມ ໂອ້ລົມສົນທະນາກັບນັກສຶກສາ

ຮອງນາຍົກລັດຖະມົນຕີ  ຫວູດຶກດາມ ໂອ້ລົມສົນທະນາກັບນັກສຶກສາ - ảnh 1
ຮອງນາຍົກລັດຖະມົນຕີ  ຫວູດຶກດາມ ໂອ້ລົມສົນທະນາກັບນັກສຶກສາ
(ພາບ: VGP/Nhật Bắc)


(vovworld) – ຕອນ​ບ່າຍ​ວັນ​ທີ 28/12, ຢູຮ່າ​ໂນ້ຍ, ​ໃນ​ການ​ໂອ້​ລົມ​ສົນທະນາ​ກັບ​ນັກ​ສຶກສາ, ທ່ານ ຮອງ​ນາຍົກລັດຖະມົນຕີ ​ ຫວູດຶກ​ດາມ ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ ​ແລະ ໜ້າ​ທີ່​ຮັບຜິດຊອບ​ຂອງ​ນັກ​ສຶກສາ​ໃນ​ໄລຍະຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດເປັນປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ທ່ານ ຮອງ​ນາຍົກລັດຖະມົນຕີ ກໍ່​ສະ​ແດງ​ຄວາມ​ປາຖະໜາ​ວ່າ, ນັກ​ສຶກສາ​ຈະ​ຮຳ່ຮຽນ​​ໃຫ້​ດີ, ພ້ອມ​ທັງສູ້​ຊົນ​ຫຼໍ່​ຫຼອມ​ກວ່າ​ອີກ. ທ່ານ​ໃຫ້​ຮູ້​ວ່າ:

ລັດຖະບານ​ບໍ່​ພຽງ​ແຕ່​ປ່ຽນ​ໃໝ່​ການ​ສຶກສາ​ເທົ່າ​ນັ້ນ, ຫາກ​ຍັງ​ ປະຕິບັດ​ຢ່າງ​ແຮງ ​ເພື່ອ​ມີ​ການ​ປ່ຽນ​ແປງ​​ໃໝ່​ກົນ​ໄກ​ການ​ຄຸ້ມ​ຄອງຢ່າງແຮງ​, ສ້າງ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ໃນ​ນັ້ນ, ຂອດ​ສຳຄັນ​ກວ່າ​ໝູ່​ແມ່ນ​ວິ​ສາ​ຫະກິດ​ຕ້ອງ​ຮ່ວມ​ກັນ​ປະຕິບັດ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ໂຮງຮຽນ. ພ້ອມ​ກັນ​ນັ້ນ​ບັນດາ​ວິ​ສາ​ຫະກິດ​ກໍ່​ຕ້ອງ​ເຂົ້າ​ຮ່ວມ​ການ​ສິດສອນ ​ເພື່ອ​ມີ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ດີກ​ວ່າອີກ“.

ສ່ວນ​ທ່ານ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫງວຽນ​ກວນ ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ພັກ, ລັດ​ຈະ​ບຸລິ​ມາ​ສິດ​ໃຫ້​ແກ່​ການ​ພັດທະນາ ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ, ​ໃນ​ນັ້ນ​ມີ​ຫຼາຍ​ກົນ​ໄກ​ສົ່ງ​ເສີມ​ບັນດາ​ນັກວິທະຍາສາດ​ໜຸ່ມ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກວິທະຍາສາດ​ໜຸ່ມ​ເສີມ​ຂະຫຍາຍ​ກຳລັງ​ຄວາມ​ສາມາດ.

 

 

 

ຂ່າວ/ບົດ​ອື່ນ