ຮອງນາຍົກລັດຖະມົນຕີ ຫວູວັດນິງ ຕ້ອນຮັບຜູ້ແທນອະດີດນັກຮົບເກົ່າຍິງ ແຂວງ ກາເມົາ

ຮອງນາຍົກລັດຖະມົນຕີ ຫວູວັດນິງ ຕ້ອນຮັບຜູ້ແທນອະດີດນັກຮົບເກົ່າຍິງ ແຂວງ ກາເມົາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​​​ຕ້ອນຮັບ
​ຄະນະ​ຜູ້​ແທນອະ​ດີດ​ນັກ​ຮົບ​ເກົ່າ​ຍິງ​ກອງພັນ​ໃຫຍ່ 10 ​ແຂວງ ກາ​ເມົາ
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 28/05, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ ​​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນອະ​ດີດ​ນັກ​ຮົບ​ເກົ່າ​ຍິງ​ກອງພັນ​ໃຫຍ່ 10 ​ແຂວງ ກາ​ເມົາ. ນີ້​ແມ່ນກອງພັນ​ໃຫຍ່ກຳລັງ​ຫຼວງ​ທຳ​ອິດ​ເຄື່ອນ​ໄຫວຢູ່​​ເຂດ​ແມ່ນ້ຳລຳ​ເຊ, ​ເຊິ່ງຄະນະ​ພັກ​ການ​ທະຫານ ​ແລະ ກອງ​ບັນຊາ​ການ​ທະຫານ​ໄດ້​ຈັດສົ່ງ​ມາ​ເພື່ອ​ເພີ່ມ​​ເຕື່ມ​​ໃຫ້​ກຳລັງ​ປະກອບ​ອາ​ວຸດ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ (​ທະຫານ​ເຂດ 9), ​ໃນ​ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູວັນ​ນິງ ຢືນຢັນ​ວ່າ ພັກ, ລັດ ​ໄດ້​ຈົດ​ຈຳ​ບຸນຄຸນຂອງ​ບັນດາ​ທະ​ຫານ​​ເສຍ​ອົງຄະ ​ແລະ ​ນັກ​ຮົບ​ເກົ່າ​​ທີ່​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ, ບັນດາ​ຄອບຄົວ​ນະ​ໂຍບາຍ. ນອກຈາກ​ບັນດາ​ນະ​ໂຍບາຍ​ຂອງ​ລັດ, ອົງການ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ, ໝູ່​ມະຫາຊົນ​ກໍ​ໄດ້​ປຸກລະດົມ​ຂະ​ບວນ​ການ​ຕ່າງໆ​ເພືອຕອບ​ບຸນ​ແທນ​ຄຸນ, ​ແກ້​ໄຂ​ທຸກ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບັນດາ​ອະດີດ​ນັກ​ຮົບ, ທະ​ຫານ​ເຈັບ​ປ່ວຍ ທະຫານ​ເສຍ​ອົງຄະ, ຄວບຄົວ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການປະຕິວັດ​ເປັນ​ຢ່າງ​ດີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ ບັນດາ​ອະດີດ​ນັກຮົບຈະ​ເປັນ​ແບບຢ່າງ, ສຶກສາ​ມູນ​ເຊື້ອ​ໃຫ້​ແກ້​ລຸ່ນລູກລຸ່ນຫຼານ, ພ້ອມ​ກັນ​ສ້າງສາ​ປະ​ເທດ​ຊາ​ດ​ໃຫ້​ຮັ່ງມີ ​ແລະ ​ສີວິ​ໄລ.

ຂ່າວ/ບົດ​ອື່ນ