ຮອງນາຍົກລັດຖະມົນຕີ ຫວູວັນນິງ ຢ້ຽມຢາມ ລາຊະອານາຈັກອັງກິດ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ຢ້ຽມຢາມ ລາຊະອານາຈັກອັງກິດ - ảnh 1
(ພາບປະກອບ: VGP)

(vovworld) - ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ອັງກິດ, ຕາມ​ຄຳ​ເຊີນ​ຂອງ​​ລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜື​ອ, ວັນ​ທີ 14/04, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ອັງກິດ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ໃໝ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ພັດທະນາ ​ແລະ ລົງທຶນ​ຢ່າງ​ໝັ້ນ​ຄົງ, ຍາມ​ໃດ​ກໍ່​ຖື​ຄວາມ​ສະດວກ ​ແລະ ຜົນ​ສຳເລັດ​ຂອງ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ​ອັງກິດ​ ທີ່​ພວມ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ຄື​ຄວາມ​ສະດວກ ​ແລະ ຜົນສຳ​ເລັດ​ຂອງຕົນ; ຖື​ຄວາມ​ຫຍຸ້ງຍາກ​ຂອງ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ​ແມ່ນ​ຄວາມ​ຫຍຸ້ງຍາກ​ຂອງ​ຕົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຮຽກຮ້ອງ​ໃຫ້​ວົງ​ການ​ວິ​ສາ​ຫະກິດ​ອັງກິດ ມີ​ການ​ເຄື່ອນ​ໄຫວ​ເຖິງ​ບັນດາ​ອົງການ​ມີ​ສິດ​ອຳນາດ​ອັງກິດ ສະໜັບສະໜູນ​ກົນ​ໄກ​ເສດຖະກິດ​ການ​ຕະຫຼາດ​ຂອງ​ຫວຽດນາມ ​ໂດຍ​ໄວ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​​ໄດ້​ສະຫງວນ​ເວລາ​ຕ້ອບຄຳ​ຖາມ​ເຊິ່ງວົງ​ການ​ນັກທຸລະກິດ​ອັງກິດ​ຄວາມ​ສົນ​ໃຈກ່ຽວ​ກັບ​ນະ​ໂຍບາຍ, ​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເພີ່ມ​ອັດຕາ​ຄວບ​ຄຸມຂອງ​ບັນດາ​ບໍລິສັດ​ຕ່າງປະ​ເທດ​ບົນ​ຕະຫຼາດ​ອະສັງຫາລິມະ​ຊັບ​ຫວຽດນາມ ກໍ່​ຄື​ສະ​ແດງ​ຄວາມ​ເຊື່ອມ​ໝັ້ນ​ກ່ຽວ​ກັບ​ຄວາມ​ສາມາ​ດບັນ​ລຸ​ໄດ້ FTA 2 ຝ່າຍ​ລະຫວ່າງ​ຫວຽດນາມ - EU ​ໃນ​ປີ 2014 ນີ້.

ຂ່າວ/ບົດ​ອື່ນ