ຮອງນາຍົກລັດຖະມົນຕີ ຫວູວັນນິງ ຢ້ຽມຢາມກົມກວດກາການປະມົງເຂດ 2 ແລະ ຕຳຫຼວດທະເລ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ຢ້ຽມຢາມກົມກວດກາການປະມົງເຂດ 2 ແລະ ຕຳຫຼວດທະເລ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ​ ຫວູວັນ​ນິງ
​ເມື່ອ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບໍລິສັດ​ໃຫຍ່ ຊົງ​ຖູ)


(vovworld) –  ຕອນ​ເຊົ້າ​ວັນ​ທີ 13/06, ທ່ານ​ຮອງ​ນາຍົກລັດຖະມົນຕີ​ ຫວູວັນ​ນິງ ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ​ພະນັກງານ, ພາລະ​ກອນໜ່ວຍ 3, ກົມກວດກາ​ການ​ປະມົງ​ສາຂາເຂດ 2 ຢູ່​ນະຄອນ​ດ່າ​ນັ້ງ, ຢ້ຽມຢາມ​ພະນັກງານ, ນັກຮົບ​ຕຳຫຼວດ​ທະ​ເລກຳ​ປັ່ນ CBS 8001​ ​ໄລຍະ​ຜ່ານ​ມາ, ​ເຖິງ​ວ່າ​ຝ່າຍ​ຈີນ ໃຊ້​ກຳ​ປັ່ນ​ຕຳ​ໃສ່, ນຳ​ໃຊ້​ທໍ່​ສີດ​ນ້ຳ​ ເຮັດ​ໃຫ້​ຜູ້​ກວດກາ​ການ​ປະມົງ​, ຕຳຫຼວດ​ທະ​ເລ​ຫຼາຍ​ຄົນຖືກບາດ​ເຈັບ​ກໍ່ຕາມ ​ແຕ່​ບັນດາ​ກຳລັງ​ປະຕິບັດ​ກົດໝາຍ​ຂອງ​ຫວຽດນາມ ຍັງ​ຄົງລະງັບ​ໃຈ, ຢືດໝັ້ນ​ຕິດ​ພັນ​ກັບ​ທະ​ເລ, ຕໍ່​ສູ່​ເພື່ອ​ຄັດຄ້ານ, ຮຽກຮ້ອງ​​ໃຫ້​ຝ່າຍ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ທີ່​ຕັ້ງຢ່າງ​ຜິດ​ກົດໝາຍ​​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທວີ​ບຂອງ​ຫວຽດນາມ ອອກ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູວັນ​ນິງ ​ໄດ້​ຍ້ອງຍໍ​ພະນັກງານ, ພາລະ​ກອນ​ກວດກາ​ການ​ປະມົງ, ຕຳຫຼວດ​ທະ​ເລ, ພິ​ເສດ​ແມ່ນ​ກຳລັງ​ທີ່​ພວມ​ປະຕິ​ບັດ​ໜ້າ​ທີ່​ຕໍ່​ສູ່, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ຮ່ວາງ​ຊາ​ໂດຍ​ກົງ.

       “​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ພະນັກງານ, ນັກຮົບ​ໄດ້​ອົງອາດ​ກ້າຫານ​ປະຕິບັດ​ໜ້າ​ທີ່​​ເຊິ່ງພັກ ​ແລະ ລັດ​​ໄດ້ມອບ​ໝາຍ​ໃຫ້, ບໍ່ຫວາດ​ຫວັ່ນ​ຕໍ່ຄວາມ​ຫຍຸ້ງຍາກ, ລຳ​ບາດ. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ຊົມ​ເຊີຍ ​ແລະ ຍ້ອງຍໍ​ຈາກ​ພັກ, ລັດ ​ແລະ ປະຊາຊົນ. ​

        ​ເມື່ອ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບໍລິສັດ​ໃຫຍ່ ຊົງ​ຖູ, ທ່ານ​ຮອງນາຍົກລັດຖະມົນຕີ ຫວູວັນ​ນິງ ຊີ້​ແຈ້ງວ່າ ຂະ​ແໜງອຸດສາຫະກຳ​ຕໍ່​ກຳ​ປັ່ນ​ແມ່ນ​ຂະ​ແໜງ​​ໄດ້​ຮັບ​ບຸລິມະສິດ​ພັດທະນາ, ທັງ​ຮັບປະກັນ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ ທັງ​ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ບໍລິສັດ​ໃຫຍ່ ຊົງ​ຖູ ສືບ​ຕໍ່ ຕໍ່​ກຳ​ປັ່ນກວດກາ​ການ​ປະມົງ, ກຳ​ປັ່ນ​ຕຳຫຼວດ​ທະ​ເລ​​​ໃຫ້ຫຼາຍ ​ແລະ ທັນ​ສະ​ໄໝ​ກວ່າ, ຊ່ວຍ​ກຳລັງ​ປະຕິບັດ​ກົດ​ໝາຍ​ບົນ​ທະ​ເລ​ປະຕິບັດ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ, ປະກອບສ່ວນ​ຮັກສາ​ອະທິປະ​ໄຕ​ທະ​ເລ, ໝູ່​ເກາະທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​​ໄດ້​ໄປຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ຊາວ​ປະມົງດ່າ​ນັ້ງ 30 ຄົນ​ທີ່​ຫາ​ກໍ່​ກັບ​​ເມື່ອ​ຈາກ​​ເຂດຫາ​ປາ​ທີ່​ເປັນ​ມູນ​ເຊື້ອ​​ ຮ່ວາງ​ຊາ.

ຂ່າວ/ບົດ​ອື່ນ