ຮອງນາຍົກລັດຖະມົນຕີ ຫວູວັນນີງ ລົງເຮັດວຽກກັບ ການນຳແຂວງເບ໋ນແຈ

ຮອງນາຍົກລັດຖະມົນຕີ ຫວູວັນນີງ ລົງເຮັດວຽກກັບ ການນຳແຂວງເບ໋ນແຈ - ảnh 1
ຮອງນາຍົກລັດຖະມົນຕີ ຫວູວັນນີງ ເຮັດວຽກກັບການນຳແຂວງເບ໋ນແຈ
(ພາບ: VGP/Thành Chung)


(vovworld) – ຕອນ​ເຊົ້າ​ວັນ​ທີ 17/1, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນີ​ງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານໄດ້ລົງ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ເບ໋ນ​ແຈ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນີງ ຕີ​ລາຄາ​ສູງ ​ເລື່ອງ​ຫັນ​​ປ່ຽນໂຄງ​ປະກອບ​ເສດຖະກິດ ​ແລະ ກຳນົດ​ທິດ​ພັດທະນາ​ເສດຖະກິດ​ຂອງ​ແຂວງ, ທ່ານຖື​ວ່າ ​ແຂວງ ​ເບ໋ນ​ແຈ ມີ​ວິທີ​ການປະຕິບັດຢ່າງມີຫົວຄິດ​ປະດິດ​ສ້າງ, ລະດົມ​ກຳລັງ​ແຮງ​ຂອງ​ປະຊາຊົນ ​ແລະ ​ແຫຼ່ງກຳລັງ​ໃນ​ວິວັດການ​ກໍ່ສ້າງ​ຊົນນະບົດ​ໃໝ່. ອັດຕາ​ການຫລຸດຜ່ອນຄວາມທຸກ​ຍາກ​ຂອງ​ແຂວງ ​ເບ໋ນ​ແຈ ​ແຕ່ລະ​ປີ​ແມ່ນ​ປະມານ 2% - ​ເຊິ່ງ​ແມ່ນ​ອັດຕາ​ສູງ​ພໍ​ສົມຄວນ​ເມື່ອ​ທຽບ​ໃສ່​ກັບ​ລະດັບ​ຫລຸດຜ່ອນ​ຄວາມທຸກ​ຍາກ​ປານ​ກາງຂອງ​ທົ່ວ​ປະ​ເທດ. ກ່ຽວ​ກັບ​ການ​ກຳນົດ​ທິດພັດທະນາ​ໃນ​​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ:

    “ກ່ອນ​ອື່ນ​ໝົດ​ຍັງ​ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ຂະ​ແໜງ​ກະສິກຳ, ​ແຕ່​ແມ່ນ​ກະສິກຳ​ຄຸ​ນນະ​ພາບສູງ ​ແລະ ຍືນ​ຍົງ, ປະຊາຊົນ​ຍັງ​ຄົງ​ມີເງື່ອນໄຂປົວແປງ​ຊີວິດ​ການ​​ເປັນ​ຢູ່. ບັນຫາ​ວາງ​ອອກ​ແມ່ນ​ສົ້ນ​ອອກ​ຄື​ແນວ​ໃດ, ປະຈຸ​ບັນ, ​ໄດ້​ມີຮູບ​ແບບ​ແລ້ວ, ​ເດັດ​ດຽວ​ຕ້ອງ​ຮຽກຮ້ອງ​​ໃຫ້​ວິ​ສາ​ຫະກິດ​ເຂົາການລົງທຶນ​, ​ເພື່ອ​ທັງ​ເປັນ​ບ່ອນ​ຜະລິດ​ທັງ​ເປັນບ່ອນ​ຈຳໜ່າຍ. ທີ 2 ​ແມ່ນ​ຕ້ອງຜູກຮັດການ​ວາງ​ແຜນ​ກຳນົດກັບ​ການ​ຕະຫຼາດ, ບັນດາ​ທ້ອງ​ຖີ່​ນຄວນ​ແນ​ະ​ນຳໃຫ້​ປະຊາຊົນ​ປະຕິບັດ​ຕາມ.”

    ​ປະຈຸ​ບັນ, ​ແຂ​ວງ ​​ເບ໋ນ​ແຈ ​ມີ 124 ຕາ​ແສງ​ສ້າງຊົນນະບົດ​ໃໝ່. ຮອດ​ຈຸດ​ເວລາ​ນີ້, ທົ່ວ​ແຂວງ​ມີໜຶ່ງຕາແສງບັນລຸ​ໄດ້ 16 ມາດຖານ, 17 ຕາ​ແສງ​ບັນລຸ​ແຕ່ 10 ຫາ 14 ມາດຖານ.

 

ຂ່າວ/ບົດ​ອື່ນ