ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ ແຂວງຮ່າຕິງ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ ແຂວງຮ່າຕິງ - ảnh 1
(ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ແຂວງຮ່າຕິງ)

(vovworld) – ຕອນ​ບ່າຍ​ວັນ​ທີ 18/03, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​ແຫຼ່ງ​ແຂວງ​ຮ່າ​ຕິ້ງ ກ່ຽວ​ກັບ​ສະພາບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​​ແດງ​ຄວາມມ່ວນ​ຊື່ນ​ຕໍ່​ບັນດາ​ຜົນງານ​ກະ​ໂດດ​ຂັ້ນ​ເຊິ່ງ​ແຂວງ​ຮ່າ​ຕິ້ງ​ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ດ້ວຍ​ລະດັບ​ເຕີບ​ໂຕ GDP ສູງ. ພິ​ເສດ​ແມ່ນ​ຜົນງານ​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ, ​ເຊິ່ງ​ໄດ້​ປະກອບສ່ວນປ່ຽນ​ໃໝ່​​ໂຊມ​ໜ້າ​ຊົນນະບົດ​ໃໝ່, ຊ່ວຍ​ໃຫ້​ປະຊາຊົນ​ບືນຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ກໍ່​ສະ​ເໜີ​ໃຫ້​ແຂວງ​ຮ່າ​ຕິ້ງ ຕ້ອງ​ສືບ​ຕໍ່​ທະວີ​ຄູນບັນດາ​ຮູບ​ແບບ​ຜະລິດ​ທີ່​ເປັນ​ແບບຢ່າງ ​ເພື່ອ​ໃຫ້​ປະຊາຊົນ​ສາມາດ​ຍົກ​ສູງ​ລາຍ​ຮັບ ​ແລະ ພັດທະນາ​ເສດຖະກິດ. ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ບັນດາ​ຮູບ​ແບບ​ການ​ຜະລິດ, ຮ່າ​ຕິ້ງ ຕ້ອງ​ເອົາ​ໃຈ​ໃສ່​ຊອກ​ຫາ​ສົ້ນອອກ​​ໃຫ້​ຜະລິດ​ຕະພັນ, ຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ​ເຂົ້າ​ໃນ​ການ​ຜະລິດ​​ແບບ​ຍືນ​ຍົງ. ​ແຂວງ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບລະບຽບການ​ບໍລິຫານ, ດຶງ​ດູດ​ການ​ລົງທຶນ, ​ເສີມ​ຂະຫຍາ​ຍບັນດາ​ຜົນງານ, ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ວຽກ​ງານ​ລົບ​ລ້າງ​ຄວາມອຶດຫິວ, ຫຼຸດຜ່ອນ​ຄວາ​ທທຸກ​ຍາກ…

ຂ່າວ/ບົດ​ອື່ນ