ຮອງນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບຄະນະ ຜູ້ແທນຜູ້ມີຄຸນງາມຄວາມດີແຂວງ Dong Thap

ຮອງນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບຄະນະ ຜູ້ແທນຜູ້ມີຄຸນງາມຄວາມດີແຂວງ Dong Thap - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan
ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ແຂວງ Dong Thap
(ພາບ: chinhphu.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 15/11, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້​ແທນ​​ທະຫານ​ເຈັບ​ປ່ວຍ ​ແລະ ​ເສຍ​ອົງຄະ, ຄອບຄົວ​ນັກຮົບ​ທີ່​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະຕິວັດ​ດີ​ເດັ່ນ​ຂອງ​ແຂວງ Dong Thap 71 ທ່ານ ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ເຂົ້າ​ຢ້ຽມ​ສຸ​ສານ​ປະທານ​​ໂຮ່ຈິ​ມິນ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ຢືນຢັນ​ວ່າ ຍາມ​ໃດ ພັກ, ລັດ, ລັດຖະບານ ກໍ​ສະ​ແດງ​ຄວາມຮູ້​ບຸນຄຸນ ​ແລະ ຕອບ​ບຸນ​ແທນ​ຄຸນ​ການ​ອຸທິດ​ສ່ວນ​ຂອງ​ບັນດາ​ແມ່​ຫວຽດນາມ ວິລະ​ຊົນ, ບັນດາ​ນັກ​ປະຕິວັດ​ອາວຸ​ໂສ, ທະ​ຫານ​ເສຍ​ອົງຄະ, ນັກຮົບ​ທີ່ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ. ຍາມ​ໃດ​ພັກ, ລັດ, ລັດຖະບານ ກໍ​ເອົາ​ໃຈ​ໃສ່ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ບັນດາ​ຄອບຄົວ​​ໃນ​ເປົ້າ​ໝາຍນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ຂອງ​ທົ່ວ​ປະ​ເທດ​ເວົ້າ​ລວມ ​ແລະ ​​ແຂວງ Dong Thap ​ເວົ້າ​ສະ​ເພາະ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​​ໃສ່ໃຈ​​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ້ອງ​ຖິ່ນ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ຕອບ​ບຸນ​ແທນ​ຄຸນ, ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປ່າ​ຄິດ​ຮອດ​ຄຸນ​ນ້ຳ ​ເພື່ອ​ໃຫ້​ວຽກ​ງານ​​ເບິ່ງ​ແຍງ​ດູ​​ແລ, ຕອບ​ບຸນ​ແທນ​ຄຸນ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນກ​ວ່າ​ອີກ.

ຂ່າວ/ບົດ​ອື່ນ