ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຢ້ຽມຢາມ ໂຮງງານ Amon Nitrat

ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຢ້ຽມຢາມ ໂຮງງານ Amon Nitrat - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈຸງຫາຍ
ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ໂຮງງານ​ໄຟຟ້າ​​​ໃຊ້​ພະລັງຄວາມ​ຮ້ອນທ໋າຍບິ່ງ
(ພາບ: baothaibinh.com.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 22/02, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈຸງຫາຍ ​ໄດ້​ລົງ​ຢ້ຽມຢາມ​ໂຮງງານ Amon Nitrat, ຢູ່​ຕາ​ແສງ ທ໋າຍທໍ້, ​ເມືອງ​ທ໋າຍຖຸຍ, ​ແຂວງ​ທ໋າຍບິ່ງ. ​ໂຄງການ​ໂຮງງານ​ຜະລິດ Amon Nitrat ​ໂດ​ຍບໍລິສັດ​ໃຫຍ່​ອຸດສາ​ຫະກຳ​ເຄມີບໍ​ແຮ່ (Vinacomin) ​ເປັນ​ເຈົ້າ​ຂອງ​ລົງທຶນ, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອບ 5.800 ຕື້​ດົງ. ຄາດ​ວ່າ​ ​ກິດຈະກຳ​ຈະ​ສ້າງ​ສຳ​ເລັດ ​ແລະ ​ນຳເຂົ້າ​ເຄື່ອນ​ໄຫວ​ທົດ​ລອງ​ແຕ່​ເດືອນ 09/2014.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽນກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ໂຮງງານ​ໄຟຟ້າ​​​ໃຊ້​ພະລັງຄວາມ​ຮ້ອນທ໋າຍບິ່ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ​ເມື່ອ​ໂຄງການ​ນຳ​ເຂົ້າ​ເຄື່ອນ​ໄຫວ ຈະ​ເພີ່ມ​ກຳລັງ​ຄວາມ​ສາມາດສະໜອງ​ໄຟຟ້າ​ຮັບ​ໃຊ້​ການ​ພັດທະນາ​​ເສດຖະກິດ, ສັງຄົມ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ, ຜ່ານ​ນັ້ນປະກອບສ່ວນ​ຫຼຸດຜ່ອນ​ການ​ອາ​ໄສ​ຂອງ​ລະບົບ​ໄຟຟ້າຕໍ່​ແຫຼ່ງພະລັງງານໄຟຟ້າ​ນ້ຳຕົກ, ພິ​ເສດ​ແມ່ນ​ໃນ​ລະ​ດູ​ແລ້ງ. ທ່ານ​ຮອງ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ອຳ​ນາດ​ການ​ປົກຄອງ​ທ້ອງ​ຖິ່ນ ສົມທົບ​ກັບ​ເຈົ້າ​ຂອງ​ການ​ລົງທຶນ ​ເພື່ອ​ຮັບປະກັນ​ສິດຜົນປະ​ໂຫຍ​ດ​ໃຫ້​ປະຊາຊົນ​ທີ່​ສະ​ຫງວນທີ່​ດິນ​ຮັບ​ໃຊ້​ໂຄງການ.

ຂ່າວ/ບົດ​ອື່ນ