ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍເຮັດວຽກ ກັບຄະນະຄຸ້ມຄອງໂຄງການ ລົງທຶນກໍ່ສ້າງຫໍສະພາແຫ່ງຊາດ


ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍເຮັດວຽກ ກັບຄະນະຄຸ້ມຄອງໂຄງການ ລົງທຶນກໍ່ສ້າງຫໍສະພາແຫ່ງຊາດ - ảnh 1
(ພາບ: vov.vn )

(vovworld) –​​​ຕອນ​​ເຊົ້າວັນ​ທີ 10/10, ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ໄດ້​ໄປ​ດວກາ, ​ເຮັດ​ວຽກ​ກັບຄະນະ​ຄຸ້ມ​ຄອງ​ໂຄງການ​ລົງທຶນ​ກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ ​ແລະ ຫໍ​ປະຊຸມ​ບາ​ດິງ (​ແຫ່ງ​ໃໝ່). ສະຫລຸບ​ການ​ເຮັດ​ວຽກ, ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຮຽກຮ້ອງ​ບັນດາ​ນັກ​ປະມູນ, ຫົວໜ່ວຍ​ຕ່າງໆ​ຈົ່ງ​ສືບ​ຕໍ່​ຍູ້​ແຮງ​ລະດັບ​ຄວາມ​ໄວ​ໃນ​ການ​ປະຕິບັດ​ວຽກ​ງານ​ຕ່າງໆ​ໃນ​ກິດຈະກຳ​ສະພາ​ແຫ່ງ​ຊາດ. ທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ສະ​ເໜີ​ໃຫ້ຄະນະ​ຄຸ້ມ​ຄອງ​ໂຄງການ​ລົງທຶນ​ກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ ​ແລະ ຫໍ​ປະຊຸມ​ບາ​ດິງ (​ແຫ່ງ​ໃໝ່) ຕ້ອງ​ມອບ​ສົ່ງ​ບັນດາ​ເຂດ​ເຮັດ​ວຽກ​ໄດ້​ກໍ່ສ້າງ​ສຳ​ເລັດ​ໃຫ້​ແກ່​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ເພື່ອ​ນຳ​ເຂົ້າ​ໃຊ້​ການ​ຮັບ​ໃຊ້​ກອງ​ປະຊຸ​ມສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ທີ່​ຈະ​ມາ​ເຖິງ​ນີ້./.

ຂ່າວ/ບົດ​ອື່ນ